ໃນຄັ້ງວັນທີ 10 ກັນຍາ 2024 ທີ່ຜ່ານມານີ້, ຢູ່ທີ່ເດີນພະທາດຫຼວງ, ນະຄອນຫຼວງວຽງຈັນ, ກົມຕຳຫຼວດຈະລາຈອນ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຝຶກຊ້ອມການຂັບຂີ່ພາຫະນະວິຊາສະເພາະເປີດທາງໃຫ້ແກ່ພະນັກງານ-ນັກຮົບ ຕຳຫຼວດຈະລາຈອນ ເພື່ອເປັນການກຽມຄວາມພ້ອມໃນການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ໃນທ້າຍປີ 2024 ທີ່ຈະມາເຖີງນີ້.

ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ, ພ້ອມທັງຄະນະພັກ ຄະນະບັນຊາ, ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ, ຄູຝຶກຈາກບໍລິສັດ ນິວຈິບເຊັງ ຈຳກັດ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ການຝຶກຊ້ອມຄັ້ງນີ້ ກໍ່ເພື່ອໃຫ້ພະນັກງານ-ນັກຮົບ ຜູ້ທີ່ຂັບຂີ່ລົດເປີດທາງໃຫ້ຂະບວນແຂກການນຳຂັ້ນສູງ ພາຍໃນ ແລະ ຕ່າງປະເທດ ມີຄວາມສຳນິສຳນານ ຖືກຕ້ອງຕາມເຕັກນິກຂອງການຂັບຂີ່ ເພື່ອຮັບປະກັນໄດ້ຄວາມປອດໄພໃນການສັນຈອນ ຮັບຮູ້ ແລະ ກຳແໜ້ນບັນດາເສັ້ນທາງເປັນຕັ້ນ ເສັ້ນທາງຫຼັກ, ເສັ້ນທາງສຳຮອງ ແລະ ເສັ້ນທາງສຸກເສີນ

ເພື່ອແກ້ໄຂບັນຫາໃນກໍລະນີມີເຫດການສຸກເສີນເກີດຂື້ນ ປະຕິບັດວຽກງານປ້ອງກັນເປີດທາງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມເສັ້ນທາງເດີນລົດທີ່ໄດ້ກຳນົດໄວ້, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂໃຫ້ທັນການ ແລະ ວ່ອງໄວ ແນ່ໃສ່ໃຫ້ການປ້ອງກັນເປີດທາງໃນຄັ້ງນີ້ ໃຫ້ ມີຄວາມສະຫງົບ ແລະ ປອດໄພ 100 %

ສຳລັບການຝຶກຊ້ອມຄັ້ງນີ້ ໄດ້ກຳນົດເປັນເວລາ 06 ວັນ, ເຊິ່ງຈະໄດ້ຮຽນຮູ້ດ້ານທິດສະດີ, ຝຶກອົບຮົມຂັບຂີ່ຕົວຈິງທີ່ເດີນພະທາດຫຼວງ ແລະ ຍັງມີຮຽນຮູ້ກ່ຽວກັບ ລະບົບເຕັກນິກລະບົບໄຟ, ການຂັບຂີ່ລົດຫຼົບຫຼີກສິ່ງກີດຂວາງ, ການຂັບຂີ່ລົດຊົງໂຕ ແລະ ການຢຸດລົດກະທັນຫັນ ໃຫ້ມີຄວາມປອດໄພ ແລະ ອື່ນໆ

ໂດຍການຝຶກຊ້ອມໃນຄັ້ງນີ້ ມີນວນພົນເຂົ້າຮ່ວມ 180 ສະຫາຍ, ນຳໃຊ້ພາຫະນະຝຶກຊ້ອມ ຈຳນວນ 50 ຄັນ, ລົດຈັກເປີດທາງ 40 ຄັນ ແລະ ລົດສະຫຼາມເປີດທາງ 10 ຄັນ.

ພາບ-ຂາວ: ເພັງຕຸລາ.
