ວັນທີ 19 ຕຸລາ 2024 ທ່ານ ສູນທອນ ທຳມະວົງ ຜູ້ອຳນວຍການ ບໍລິສັດ Small – b Group ໄດ້ມອບນໍ້າດື່ມ ຈຳນວນ 50 ແພັກ ແລະ ເຄື່ອງດື່ມຊູກຳລັງ ຈຳນວນ 18 ແພັກ ມາມອບໃຫ້ກົມຕຳຫຼວດຈະລາຈອນ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45, ກ່າວຮັບໂດຍ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໃນໂອກາດນີ້, ພັອ ຄຳສອນ ສີດາວົງ ຕາງໜ້າໃຫ້ ກົມຕຳຫຼວດຈະລາຈອນ ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດ ບໍລິສັດ Small – b Group ທີ່ໄດ້ນຳຊຸກຍູ້ອຸປະຖຳ ໃນຄັ້ງນີ້ອີກດ້ວຍ.
