ວັນທີ 11 ເມສາ 2025 ກົມຕໍາຫຼວດຈະລາຈອນ ສົມທົບກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງກວດກາ-ຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນທີ່ກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນທາງບົກ ໃນໄລຍະສະເຫຼີມ – ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025

ມີ ທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະ ແລະ ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ເຈົ້າໜ້າທີ່ທີ່ປະຈຳ 05 ຈຸດກວດກາ.

ໂດຍການລົງໄປຄັ້ງນີ້ ກໍ່ເພື່ອເປັນກະຕິດຕາມ, ກວດກາ ແລະ ຊຸກຍູ້ ເຈົ້າໜ້າທີ່ປະຕິບັດວຽກງານວິຊາສະເພາະຢູ່ພາກສະໜາມ ແລະ ໄດ້ມີການນຳເອົານໍ້າດື່ມມາມອບໃຫ້ ເຈົ້າໜ້າທີ່ ປະຈຳຈຸດກວດກາ ຕາມເສັ້ນທາງເລກທີ 13 ເໜືອ – 13 ໃຕ້, ທາງເຂົ້າ-ອອກເສັ້ນທາງດ່ວນ ວຽງຈັນ-ວັງວຽງ ແລະ ເສັ້ນທາງເລກທີ 10 ອີກດ້ວຍ.

ຈຸດປະສົງໃນການກວດກາ ແມ່ນໄດ້ເນັ້ນໃສ່ຍານພາຫະນະທີ່ມີການເດີນທາງກັບບ້ານ ແລະ ໄປທ່ອງທ່ຽວ, ໂດຍການກວດກາ ແມ່ນຖືເອົາວຽກງານແນະນຳ-ສືກສາອົບຮົມເປັນຫຼັກ ເພື່ອເປັນການສະກັດກັ້ນການນຳໃຊ້ຄວາມໄວ, ການດື່ມສິ່ງມື່ນເມົາແລ້ວຂັບຂີ່ ເພື່ອຫຼີກລ້ຽງການເກີດອຸບປະຕິເຫດ, ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ-ປອດໄພ ໃນຊ່ວງໄລຍະການສະເຫຼີມ-ສະຫຼອງ ປີໃໝ່ລາວ 2025 ນີ້.

ຫວັງຢ່າງຍິ່ງວ່າບັນດາທ່ານຜູ້ ໃຊ້ລົດ -ໃຊ້ຖະໜົນ ເຄື່ອນໄຫວໄປ – ມາ ໃນໄລຍະສະເຫຼີມສະ ຫຼອງບຸນປີໃໝ່ລາວ ພສ 2568 ນີ້, ຈະໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການໃນການຍົກສູງສະຕິປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເພື່ອບັນລຸຕາມເປົ້າໝາຍທີ່ຕັ້ງໄວ້ ກໍ່ຄືຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກອຸບປະຕິເຫດຈະລາຈອນທາງບົກ ຫຼຸດລົງ ດ້ານຈຳນວນ ແລະ ຜູ້ເສຍຊີວິດ 15-20% ເມື່ອທຽບກັບປີທີ່ຜ່ານມາ.

ພາບ-ຂ່າວ: ເພັງຕຸລາ.
