ໃນວັນທີ 28 ຫາ 30 ສິງຫາ 2024 ທີ່ຜ່ານມານີ້, ພັທ ປອ ກິ່ງຄຳ ພົມມະຫາໄຊ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານວິຊາສະເພາະ ເພື່ອເປັນການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ຢູ່ ປກສ ເມືອງສີສັດຕະນາກ, ປກສ ເມືອງ ໄຊທານີ ແລະ ປກສ ເມືອງໄຊເສດຖາ, ໃນນະຄອນຫຼວງວຽງຈັນ, ໂດຍມີພະນັກງານເຂົ້າຮ່ວມ ລວມທັງໝົດ 218 ສະຫາຍ.

ກົມຕໍາຫຼວດຈະລາຈອນ ໄດ້ສົມທົບກັບຫ້ອງຕໍາຫຼວດ ແລະ ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານ, ຕິດຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງເຈົ້າໜ້າທີ່ໃນແຕ່ລະເມືອງໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນ, ຮັກສາໄດ້ຄວາມເປັນລະບຽບຮ້ອຍ ແລະ ຄວາມສະຫງົບ-ປອດໄພ ໃນທຸກດ້ານ

ໂດຍສະເພາະການປ້ອງກັນສະກັດກັ້ນ ການເກີດອຸບປະຕິເຫດ ຢູ່ຕາມທ້ອງຖະໜົນຫຼວງ ໂດຍສຸມໃສ່ເຮັດວຽກງານການໂຄສະນາປູກຈິດສຳນຶກ ໃຫ້ສັງຄົມ, ເປັນເສນາທິການໃຫ້ຂະແໜງການທີ່ກ່ຽວຂ້ອງ ໃນການປັບປຸງໄຟອຳນາດ, ປ້າຍສັນຍານເຕືອນຕາມຈຸດທີ່ມີຄວາມສ່ຽງທີ່ຈະເກີດອຸບປະຕິເຫດ, ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫຼັກ ແລະ ສຳຮອງ ທີ່ຈະໄດ້ນຳໃຊ້ການນຳພາຂະບວນແຂກຜ່ານ, ການຈັດຕັ້ງຈຸດກວດກາ ການປະຕິບັດກົດໝາຍ ຂອງຜູ້ສັນຈອນຕາມທ້ອງຖະໜົນ.
ຂ່າວ: ເພັງຕຸລາ.
