ຂ່າວສະພາບເສັ້ນທາງ

ອີງຕາມການລາຍງານຂອງພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ກ່ຽວກັບສະພາບເສັ້ນທາງເຂດພູເກົ້າຫຼັກ ໃນວັນທີ 27 ສິງຫາ 2024 ປະຈຸບັນລົດບັນທຸກໜັກແມ່ນບໍ່ສາມາດສັນຈອນຜ່ານໄດ້ ເນື່ອງຈາກມີດິນເຈື່ອນທັບຖົມໜ້າທາງ, ມີຂີ້ຕົມເຮັດໃຫ້ທາງໝື່ນ ສ່ວນລົດເບົາສາມາດສັນຈອນຜ່ານໄດ້ປົກກະຕິ. ປະຈຸບັນພາກສ່ວນກ່ຽວຂ້ອງກຳລັງລົງແກ້ໄຂໃຫ້ກັບສາມາດມານຳໃຊ້ໄດ້ປົກກະຕິ. ດັ່ງນັ້ນ, ລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງດັ່ງກ່າວ ຖ້າບໍ່ຈຳເປັນໃຫ້ ຫຼີກລ່ຽງ...
ອີງຕາມການລາຍງານຂອງຜູ້ ທີ່ນຳໃຊ້ເສັ້ນທາງ ກ່ຽວກັບສະພາບເສັ້ນທາງ ໃນຕອນເຊົ້າ ວັນທີ 03 ສິງຫາ 2024 ເຂດດອຍນ້ຳເລັງ ເສັ້ນທາງລະຫວ່າງແຂວງບໍ່ແກ້ວ ຫາ ແຂວງຫຼວງນ້ຳທາ ໄດ້ເກີດດີນເຈື່ອນທັບຖົມໜ້າທາງ ເຮັດໃຫ້ສັນຈອນໄປ-ມາມີຄວາມຫຍຸ້ງຍາກ ບໍ່ມາສາດສັນຈອນຜ່ານໄດ້. ປະຈຸບັນພາກສ່ວນກ່ຽວຂ້ອງລົງແກ້ໄຂໃຫ້ມາສາດກັບມານຳໃຊ້ໄດ້. ດັ່ງນັ້ນ...
ໃນວັນທີ 9 ກຸມພາ 2024 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງອອກແຈ້ງການ ເຖິງຜູ້ນໍາໃຊ້ລົດໃຊ້ຖະໜົນໃນທົ່ວ ນະຄອນຫຼວງວຽງຈັນ ແລະ ພາຍໃນຂົງເຂດທົ່ວປະເທດຊາບວ່າ: ການສັນຈອນຢູ່ຖະໜົນແຄມຂອງເຂດບ້ານສີບຸນເຮືອງ ຫາ ສາມແຍກປາກປ່າສັກ ບ້ານສີຖານເໜືອ ເມືອງສີໂຄດຕະບອງ...
ພັທ ພູວັນນີ ຫຼິນວັນນະລາດ ຫົວໜ້າພະ ແນກຕໍາຫຼວດຈະລະຈອນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ກ່າວວ່າ ໃນໄລຍະຜ່ານມາເຈົ້າໜ້າທີ່ພວກເຮົາໄດ້ລົງລະບາຍການສັນຈອນຢ່າງຕັ້ງໜ້າລົງຕິດຕາມກວດກາຕາມເສັ້ນທາງເລກທີ 13 ເໜືອ, ເຊິ່ງເປັນເສັ້ນທາງຍຸດທະສາດ ແລະ ເປັນເສັ້ນທາງເມືອງຕໍ່ເມືອງ, ແຂວງຕໍ່ແຂວງ, ນອກນັ້ນຍັງເປັນເສັ້ນທາງອອກສູ່ຕ່າງປະເທດ....
ລາຍງານສະພາບເສັ້ນທາງເລກທີ 13 ເໜືອ ວັນທີ 28 ສິງຫາ 2023 ຂອບເຂດບ້ານແກ່ວກວ້າງ, ເມືອງກາສີ, ແຂວງວຽງຈັນ ກ່ອນໜ້ານີ້ໄດ້ເກີດດີນເຈື່ອນທັບຖົມໜ້າທາງ ເຮັດໃຫ້ສັນຈອນໄປ-ມາບໍ່ໄດ້. ປະຈຸບັນພາກສ່ວນກ່ຽວຂ້ອງລົງແກ້ໄຂແລ້ວ ລົດເບົາແມ່ນສາມາດສັນຈອນໄປ-ມາໄດ້ ສ່ວນລົດໜັກແມ່ນບໍ່ສາມາດສັນຈອນຜ່ານເສັ້ນທາງດັ່ງກ່າວໄດ້ ດັ່ງນັ້ນ ທ່ານໃດທີ່ນຳໃຊ້ເສັ້ນທາງດັ່ງກ່າວ...
ເສັ້ນທາງເລກ 8A ເຂດດິນເຈື່ອນ ພູໄຮ ຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງຄຳເກີດ ແຂວງບໍລິຄຳໄຊ-ເມືອງ ຄູນຄຳ ແຂວງຄຳມ່ວນ ລົດຍັງບໍ່ສາມາດທຽວໄປ-ມາໄດ້ ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເລັ່ງສ້ອມແປງເພື່ອໃຫ້ການສັນຈອນກັບມາເປັນປົກກະຕິໂດຍໄວ.
ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ແຕ່ວັນທີ 3-4 ສິງຫານີ້ໄດ້ເຮັດໃຫ້ເສັ້ນທາງຈາກຊຳເໜືອ-ຊຽງຂວາງ ຖືກຕັດຂາດຈຸດທາງເວັ້ນຂົວນາຕ໋ອກ, ບ້ານທົ່ງພ່າວ, ເມືອງຫົວເມືອງ; ເສັ້ນທາງ ຊຳເໜືອ-ເມືອງຮ້ຽມ ອອກໄປຫຼວງພະບາງ ຖືກດີນທັບຖົມ ແລະ ດີນເຈື່ອນ ເຂດແກ່ວລົມ ຫ່າງຈາກເມືອງຮ້ຽມປະມານ 20 ກິໂລແມັດ...
ອີງຕາມ ແຈ້ງການ ຂອງພະແນກໂຍທາທິດການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ສະບັບເລກທີ 2997/ຍທຂ.ຂບຊ ລົງວັນທີ 04 ສິງຫາ 2023 ແລະ ການລາຍງານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າໃນປະຈຸບັນ...