ເພື່ອຮັບປະກັນວຽກງານປ້ອກັນຄວາມສະຫງົບ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມປິ່ນອ້ອມ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ຮັບກັນຄວາມພ້ອມຮອບດ້ານ ເປັນຕົ້ນ: ດ້ານກໍາລັງພົນ, ກຳລັງໝາວິຊາສະເພາະ, ດ້ານພາຫະນະ ແລະ ອຸປະກອນເຕັກນິກວິຊາສະເພາະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງກໍາລັງວິຊາສະເພາະ ໃນການປະຕິບັດໜ້າທີ່ວິຊາສະເພາະ. ດັ່ງນັ້ນ, ໃນວັນທີ 27 ກັນຍາ 2024 ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຝຶກຊ້ອມກຳລັງວິຊາສະເພາະ, ພາຫະນະວິຊາສະເພາະ ແລະ ໝາວິຊາສະເພາະ ເພື່ອກຽມພ້ອມປ້ອງກັນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ, ເປັນປະທານໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະປະຈຳພັກກົມໃຫຍ່, ຫົວໜ້າກົມ-ຮອງກົມ, ຫົວໜ້າຫ້ອງ-ຮອງຫ້ອງການ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ, ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງ ກົມໃຫຍ່ຕຳຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.

ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປ້ອງກັນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ທີ່ນະຄອນຫຼວງວຽງຈັນ ໃນປີ 2024 ໃຫ້ກາຍເປັນແຜນວຽກລະອຽດຂອງບັນດາເຫຼົ່າຮົບວິຊາສະເພາະທີ່ກ່ຽວຂ້ອງ ພ້ອມທັງເປັນການກວດກາຄືນຜົນການກະກຽມ, ການຝຶກຊ້ອມ ແລະ ຄວາມພ້ອມດ້ານກໍາລັງ, ພາຫະນະ-ອຸປະກອນເຕັກນິກ, ກົນໄກການປະສານງານໃນການປະຕິບັດຕົວຈິງ ເພື່ອໃຫ້ການປະຕິບັດໜ້າທີ່ໃຫ້ມີຄວາມຄ່ອງຕົວ, ຄວາມເປັນເອກະພາບໃນການຊີ້ນໍາ-ບັນຊາ, ການຈັດຕັ້ງປະຕິບັດບັນດາມາດຕະການທາງດ້ານວິຊາສະເພາະ, ຍົກສູງຄວາມສໍານິສຳນານຂອງກໍາລັງທີ່ຈະເຂົ້າຮ່ວມເຮັດວຽກງານປ້ອງກັນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ໃຫ້ມີຄວາມປອດໄພ 100%.

ການຝຶກຊ້ອມໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ກ້ອນກຳລັງ ຄື: ກ້ອນກຳລັງ ກົມຕຳຫຼວດຈະລາຈອນ ສະແດງ 2 ລາຍການ.

ການຂີ່ລົດຮູບແບບ 2 ແຖວ ແລະ ຮູບແບບຕັ້ງຂະບວນຕົວຈິງ ມີລົດໂມໂຕເປີດທາງນໍາໜ້າ ແລະ ລົດສະ ຫຼາມ, ລົດພິທີການ ແລະ ລົດຂອງແຂກໃນຂະບວນ ພ້ອມທັງມີລົດໂມໂຕອັດທ້າຍ ເພື່ອລີກລ່ຽງຜູ້ຂັບຂີ່ທີ່ຈະລະເມີດໃນການແຊງຂະບວນດັ່ງກ່າວ, ເວລາປະຕິບັດໜ້າທີ່ສັນຈອນຕາມເສັ້ນທາງ ແມ່ນມີເຈົ້າໜ້າທີ່ຕຳຫຼວດຈະລາຈອນ ອໍານວຍຄວາມສະດວກຕາມເສັ້ນທາງ 3 ແຍກ, 4 ແຍກ, ພ້ອມທັງອໍານວຍຄວາມສະດວກຈາກຕົ້ນທາງຫາປາຍທາງ ເຊັ່ນ: ສະໜາມບິນ ຫາ ສະຖານທີ່ພັກເຊົາ ແລະ ສະຖານທີ່ປະຊຸມຂອງແຂກພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມປອດໄພ 100%

ກ້ອນກຳລັງ ກົມຕຳຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ ສະແດງ 3 ລາຍການ ຄື: ນໍາໃຊ້ໝາວິຊາສະເພາະ ຈໍານວນ 10 ໂຕ ສະແດງຮູບແຖວສະແດງໝາວິຊາສະເພາະດົມກິ່ນທາດລະເບີດ ແລະ ຢາເສບຕິດ, ສະແດງໝາວິຊາສະເພາະໄລ່ຈັບເປົ້າໝາຍ ພ້ອມປະສານສຽງແຕກ ເຮັດໃຫ້ໝາວິຊາສະເພາະມີລະບຽບວິໄນ ຄູຝຶກສັ່ງໃຫ້ຢູ່ໝາກໍຈະຢູ່, ຄູຝຶກສັ່ງໃຫ້ໄປໝາກໍຈະໄປ, ຄູຝຶກສັ່ງ: ນັ່ງ, ນອນ, ຢືນ, ຄຽງຂ້າງ ໝາກໍຈະປະຕິບັດຕາມ

ນອກນັ້ນ, ຍັງສາມາດບັນຊາທາງໄກໄດ້ ໂດຍຄູຝຶກຈະອອກຫ່າງຈາກໝາ ປະມານ 10 ຫຼື 20 ແມັດ ແລ້ວສັ່ງໝານັ່ງ, ນອນ, ຢືນ, ເຫົ່າ ແລະ ບັນຊາຄາບວັດຖຸມາໃຫ້ຄູຝຶກ ແລະ ນຳໃຊ້ໝາວິຊາສະເພາະ ເຂົ້າໃນການກວດຫາທາດລະເບີດ ແລະ ຢາເສບຕິດ ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພ, ກ້ອນກຳລັງ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ສະແດງ 4 ລາຍການ ຄື: ການອອກປະຕິບັດໜ້າທີ່ມອດໄຟ ຫຼື ວ່າແລ່ນຍາວ, ການໜີໄພ ແລະ ກູ້ໄພໃນອາຄານສູງ, ການມອດໄຟໃນອາຄານສູງ, ການສາທິດມອດໄຟໄໝ້ຂັ້ນຕົ້ນ.

ທັງນີ້, ເພື່ອຮັບປະກັນໃຫ້ແຂກພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ເປັນເຈົ້າພາບ ໃຫ້ມີຄວາມອຸ່ນໃຈ ແລະ ໝັ້ນໃຈເຖິງຄວາມປອດໄພ ໃນການປ້ອງກັນຂອງກຳລັງວິຊາສະເພາະ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ຮັບປະກັນຄວາມສະຫງົບປອດໄພຮອບດ້ານ.

ພາບ-ຂ່າວ: ນັກຂ່າວ ກະຊວງ ປກສ.
