ກົມຕຳຫຼວດຈະລາຈອນ ໄດ້ເຂົ້າຮ່ວມປ້ອງກັນ-ເປີດທາງ ໃຫ້ແກ່ແຂກການນຳຂັ້ນສູງ ພາຍໃນ ແລະ ຕ່າງປະເທດ ໂດຍ ໄດ້ຈັດຕັ້ງ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມທັງ 02 ກອງປະຊຸມ ຈຳນວນ 209 ສະຫາຍ, ຍິງ 12 ສະຫາຍ, ແບ່ງເປັນ 13 ຈຸດປ້ອງກັນ, ນຳໃຊ້ພາຫະນະທັງໝົດ ຈຳນວນ 74 ຄັນ ເພື່ອເປີດທາງອຳນວຍຄວາມສະດວກຕະຫຼອດການເດີນທາງໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຕະຫຼອດໄລຍະການປ້ອງກັນກອງປະຊຸມ ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດຈະລາຈອນ ໄດ້ສຸມໃສ່ວຽກງານປ້ອງກັນຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ, ຈັດຕັ້ງແບ່ງໜ້າທີ່ໃຫ້ນາຍ ແລະ ພົນຕຳຫຼວດ ຮັບຜິດຊອບແຕ່ລະຂະບວນການນຳ, ແຂກພາຍໃນ, ພາຍນອກເຂົ້າຮ່ວມກອງປະຊຸມ, ໂດຍປະສານງານ ກັບຄະນະຈັດຕັ້ງພິທີການ ແລະ ອະນຸກຳມະການຕ່າງໆ, ຕະຫຼອດຮອດແຜນເຄື່ອນໄຫວຂອງຂະບວນແຂກຕ່າງປະເທດໃນແຕ່ລະວັນ

ພ້ອມນັ້ນ ກໍໄດ້ປະສານງານກັບພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເພື່ອເຮັດໜ້າທີ່ຕາມເສັ້ນທາງຫຼັກ ແລະ ເສັ້ນທາງສຳຮອງ ເພື່ອອຳນວຍຄວາມສະດວກ, ເປີດ-ປິດເສັ້ນທາງທີ່ຂະບວນລົດການນຳ ແລະ ແຂກແລ່ນຜ່ານ, ເຮັດໃຫ້ສະພາບການສັນຈອນໃນໄລຍະກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100 % ຕະຫຼອດການເດີນທາງ.

ພາບ-ຂ່າວ: ເພັງຕຸລາ.
