ໃນວັນທີ 22 ສິງຫາ 2024, ພັທ ປອ ກິ່ງຄຳ ພົມມະຫາໄຊ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານວິຊາສະເພາະ ເພື່ອເປັນການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ຢູ່ນະຄອນຫຼວງວຽງຈັນ, ເພື່ອຮັບປະກັນການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມອື່ນທີ່ປິ່ນອ້ອມ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ປະຈຳປີ 2024 ນີ້.

ໂດຍປະຕິບັດຕາມ ແຜນການຂອງກົມໃຫຍ່ຕໍາຫຼວດ, ເລກທີ 154/ຕຫຼ, ລົງວັນທີ 08 ກໍລະກົດ 2024

ກົມຕໍາຫຼວດຈະລາຈອນ ໄດ້ສົມທົບກັບ ຫ້ອງຕໍາຫຼວດ, ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ລົງເຄື່ອນໄຫວຊຸກຍູ້ວຽກງານ ຕິດຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງເຈົ້າໜ້າທີ່ໃຫ້ມີຄວາມຮັບປະກັນ, ຮັກສາໄດ້ຄວາມເປັນລະບຽບຮ້ອຍ ແລະ ຄວາມສະຫງົບ-ປອດໄພ ໃນທຸກດ້ານ ໂດຍສະເພາະການປ້ອງກັນສະກັດກັ້ນ ການເກີດອຸບປະຕິເຫດ ຢູ່ຕາມທ້ອງຖະໜົນຫຼວງ ໂດຍສຸມໃສ່ເຮັດວຽກງານການໂຄສະນາປູກຈິດສຳນຶກ ໃຫ້ສັງຄົມ, ເປັນເສນາທິການໃຫ້ຂະແໜງການທີ່ກ່ຽວຂ້ອງ ໃນການປັບປຸງໄຟອຳນາດ, ປ້າຍສັນຍານເຕືອນຕາມຈຸດທີ່ມີຄວາມສ່ຽງທີ່ຈະເກີດອຸບປະຕິເຫດ, ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫຼັກ ແລະ ສຳຮອງ ທີ່ຈະໄດ້ນຳໃຊ້ການນຳພາຂະບວນແຂກຜ່ານ, ການຈັດຕັ້ງຈຸດກວດກາ ການປະຕິບັດກົດໝາຍ ຂອງຜູ້ສັນຈອນຕາມທ້ອງຖະໜົນ.

ພ້ອມກັນນີ້, ຍັງສົມທົບກັບເຫຼົ່າວິຊາສະເພາະ ທີ່ກ່ຽວຂ້ອງສ້າງແຜນຮອງຮັບ ໃນການນຳໃຊ້ເສັ້ນທາງທີ່ຈະນຳພາຂະບວນແຂກໃນໄລຍະການດຳເນີນກອງປະຊຸມ ແລະ ແກ້ໄຂກໍລະນີເກີດເຫດການສຸກເສີນ ແລະ ວຽກງານສືບສວນ-ສອບສວນ ຄະດີອຸບປະຕິເຫດ ໃຫ້ມີຄວາມວ່ອງໄວ ພ້ອມທັງຮັບປະກັນຄວາມລະອຽດຊັດເຈນ, ຖືກຕ້ອງຕາມລະບຽບກົດໝາຍ.

ໂອກາດດຽວກັນນີ້, ພັທ ປອ ກິ່ງຄຳ ພົມມະຫາໄຊ ໃຫ້ກຽດໂອ້ລົມ ແລະ ໄດ້ເນັ້ນຢ້ຳ ໂດຍສະເພາະຄະນະພັກຄະນະບັນຊາ ຕ້ອງຊີ້ນໍາບັນຊາ ພະນັກງານ-ນັກຮົບ ຂອງຕົນ ໃຫ້ກຳແໜ້ນເນື້ອໃນຈິດໃຈ ຂອງແຜນການ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ກຳລັງທີ່ເຂົ້າຮ່ວມປະຕິບັດໜ້າທີ່ ພ້ອມກັນຍົກສູງຄວາມຮັບຜິດຊອບ, ໃນການແກ້ໄຂກໍລະນີຕ່າງໆ ທີ່ເຫັນວ່າມີຄວາມຫຍຸ້ງຍາກ ຫຼື ພົ້ນເດັ່ນ, ມີຄວາມສຳຄັນ ທີ່ສົ່ງຜົນສະທ້ອນຕໍ່ບົດບາດການຳພາຂອງພັກ-ລັດ ແລະ ກຳລັງປ້ອງກັນຄວາມສະຫງົບ ຕ້ອງໃຫ້ມີການລາຍງານຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ.
ຂ່າວ: ເພັງຕຸລາ.
