ບໍ່ວ່າຈະເປັນເລື່ອງໃດກໍ່ຕາມ ທຸກຄົນຕ່າງກໍ່ຕ້ອງໄດ້ເປັນມືໃໝ່ສະເໝີ ລວມເຖີງການຂັບລົດໃຫ່ຍ ກໍ່ເຊັ່ນກັນ ແຕ່ການເປັນມືໃໝ່ຝຶກຂັບລົດໃຫ່ຍ ນັ້ນມັນມີຄວາມອັນຕະລາຍ ແລະ ສ່ຽງສູງ ເພາະໃນຂະນະທີ່ທ່ານຂັບລົດຢູ່ເທີງຖະໜົນ ຫາກທ່ານເອງມີພຶດຕິກຳ ຫຼື ເຮັດຫຍັງຜິດພາດພຽງແຕ່ໜ້ອຍດຽວ ອາດເປັນສາເຫດ ພາໃຫ້ເກີດອຸບປະຕິເຫດ ທີ່ເປັນອັນຕະລາຍເຖີງຊິວິດໄດ້.
ມື້ນີ້ທ່ານເຮົາໄດ້ສັງລວມ 10 ຢ່າງທີ່ນັກຂັບຂີ່ມືໃໝ່ ໃຫ້ຄວາມສົນໃຈ ແລະ ລະມັດລະວັງເປັນພິເສດ ເພື່ອຄວາມປອດໄພໃນການຂັບຂີ່ຕາມຖະໜົນຫົນທາງ ແລະ ຄວາມປອດໄພໃນຊີວິດ ແລະ ຊັບສິນຂອງ ທ່ານ ມາເບີ່ງກັນເລີຍວ່າມີຫຍັງແນ່?
1. ມາລະຍາດໃນການຂັບຂີ່
ມາລະຍາດໃນການຂັບຂີ່ນັ້ນສຳຄັນທີ່ສຸດ ແລະ ສາມາດຮຽນຮູ້ໄດ້ຈາກໂຮງຮຽນສອນຂັບຂີ່ ແລະ ປະສົບການ ຈາກການທີ່ໄດ້ຂັບລົດໄປດົນໆ ຈະສາມາດຊື່ມຊັບໄປໃນໂຕຂອງການຂັບລົດຕາມຖະໜົນໄດ້ເປັນຢ່າງດີຖ້າໂຕທ່ານເອງຮຽນຮູ້ ແລະ ປະຕິບັດໃຫ້ເປັນປະຈຳ ຕັ້ງແຕ່ເລີ່ມຕົ້ນ ຍົກຕົວຢ່າງເຊັ່ນ:
- ເມື່ອຈະເລີ່ມການສັນຈອນຕ້ອງປ່ອຍໃຫ້ລົດທີ່ສັນຈອນຢູ່ໃນເສັ້ນທາງໄປກ່ອນ
- ບໍ່ໃຊ້ຄວາມໄວເກີນຂອບເຂດທີ່ໄດ້ກຳນົດໄວ້
- ຖ້າຫາກລົດຂອງທ່ານໃຊ້ຄວາມໄວຕ່ຳແລ້ວລົດຢູ່ດ້ານຫຼັງເປີດສັນຍານຂໍແຊງຕ້ອງຫຼີກທາງໃຫ້ແຊງ
- ບໍ່ຂັບລົດຈີ້ທ້າຍຈົນເກີນໄປຄວນຮັກສາໄລຍະຫ່າງໃຫ້ເໝາະສົມ
- ຕ້ອງເປີດໄຟສັນຍານທຸກຄັ້ງກໍລະນີຕ້ອງການປ່ຽນທິດທາງ ຫຼື ຕອນລ້ຽວຕ້ອງແໜ້ບເລນທີ່ຕົ້ນເອງຈະລ້ຽວພ້ອມເປີດໄຟສັນຍານ.
2. ຂັບຈີ້ທ້າຍຈົນເກີນໄປລະວັງຕຳທ້າຍລົດຄັນດ້ານໜ້າໂດຍບໍ່ທັນຕັ້ງໂຕ
ຄວນຮັກສາໄລຍະຫ່າງໃຫ້ເໝາະສົມລະຫວ່າງ ລົດຕົນເອງ ແລະ ລົດຄັນດ້ານໜ້າ ຕາມຄວາມໄວ ທີ່ໄດ້ນຳໃຊ້ ນັ້ນສຳຄັນຫຼາຍ ຫາກເກີດກໍລະນີທີ່ລົດດ້ານໜ້ານັ້ນເບກລົດກະທັນຫັນຂື້ນມາ ຈະສາມາດໝັ້ນໃຈໄດ້ວ່າລົດຂອງເຮົາຈະສາມາດຢຸດໄດ້ທັນ ແລະ ບໍ່ໄປຕຳທ້າຍລົດດ້ານໜ້າ ຊ່ວຍລົດໂອກາດໃນການເກີດອຸບປະຕິເຫດໄດ້ເປັນຢ່າງດີ ແລະ ຖ້າເກີດກໍລະນີ ການຕຳທ້າຍຂຶ້ນມາ ເຮົາຈະກາຍເປັນຝ່າຍຜິດຂື້ນມາທັນທີ ອາດຕ້ອງໄດ້ຈ່າຍຄ່າສ້ອມແປງໃຫ້ລົດຄູ່ກໍລະນີກໍ່ເປັນໄດ້ ກໍລະນີບໍ່ຮັກສາໄລຍະຫ່າງ.
ດັ່່ງນັ້ນ, ໃນທາງທີ່ດີຄວນຮັກສາໄລຍະຫ່າງ ເອົາໄວ້ເພື່ອເປັນໄລຍະປອດໄພສຳລັບກໍລະນີສຸກເສີນໂດຍໄລຍະຫ່າງທີ່ດີທີ່ຄວນເວັ້ນໄວ້ຈາກຄັນດ້ານໜ້າຄື 5 m -10 m ຕໍ່ອັດຕານຳໃຊ້ຄວາມໄວ 10 Km/h ຫຼຼື ໝາຍຄວາມວ່າ ທ່ານໃຊ້ຄວາມໄວ 60 km/h ຮັກສາໄລຍະຫ່າງທີ່ປອດໄພຄື 50 m ນັ້ນເອງ.
ຖ້າຫາກກໍລະນີເກີດສະພາບອາກາດປ່ຽນແປງ ຟ້າລົມຝົນຕົກ ທາງປຽກຊຸ່ມ ຄວນຕ້ອງຮັກສາໄລຍະຫ່າງ ໃຫ້ຫຼາຍຂື້ນ 2 ເທົ່າ ຈາກປົກກະຕິ ເພື່ອຄວາມປອດໄພຂອງໂຕທ່ານເອງ ແລະ ຜູ້ໃຊ້ລົດໃຊ້ຖະໜົນຮ່ວມກັນ.
3. ຖອຍຫຼັງຕ້ອງລະມັດລະວັງ ແລະ ຄ່ອງແຄ້ວ
ເຖີງວ່າຈະເປັນມືໃໝ່ຝຶກຂັບລົດ ແຕ່ການຂັບລົດເທີງທ້ອງຖະໜົນແບບປົກກະຕິບໍ່ຍາກປານໃດ ແຕ່ສ່ວນທີ່ຍາກນັ້ນກໍ່ຄືການຖອຍຫຼັງນັ້ນເອງ ບໍ່ວ່າຈະເປັນການຖອຍຫຼັງເຂົ້າຈອດ, ຖອຍຫຼັງເຂົ້າຈອດແບບມີຊ່ອງ ຫຼື ຖອຍຫຼັງອອກຈາກຮ່ອມ ກໍ່ມີຫຼາຍໆ ຄົນທີ່ພາດຈົນເກີດອຸບປະຕິເຫດ ດາດ ຫຼື ຕຳ ຢູ່ຫຼາຍຄັ້ງ.
ແຕ່ການຖອຍຫຼັງນັ້ນທ່ານສາມາດຝຶກໄດ້ ໂດຍຈຸດສຳຄັນທີ່ສຸດແມ່ນສະຕິ ທີ່ທ່ານຕ້ອງໃຈສັງເກດ ແລະ ຄຳນວນໃຫ້ດີ ໃນຂະຄະຖອຍຫຼັງ ພວງມະໄລຂອງລົດຈະຫັກອົງສາໄປທາງໃດ ແລະ ຕ້ອງບໍ່ໃຈຮ້ອນ ຄ່ອຍໆ ຮຽນຮູ້ ແລະ ຝຶກໃຫ້ຊຳນານ ບໍ່ດົນທ່ານກໍ່ຈະສາມາດຖອຍຫຼັງໄດ້ຢ່າງຄ່ອງແຄ້ວ.
4. ໄຟສັນຍານເວລາລ້ຽວຕ້ອງຫ້າມລືມ
ເປີດໄຟລ້ຽວກ່ອນທີ່ຈະເລີ່ມລ້ຽວຢ່າງໜ້ອຍ 15 – 30 m ເປັນສີ່ງທີ່ຕ້ອງຈື່ຂື້ນໃຈໄວ້ເລີຍ ນັບຂິບຂີ່ຫຼາຍຄົນທີ່ມັກງ່າຍ ເວລາລ້ຽວບໍ່ເປີດໄຟລ້ຽວ ເຊີ່ງມັນອາດເປັນສາເຫດໜື່ງທີ່ພາໃຫ້ເກີດອຸບປະຕິເຫດ ຂື້ນໄດ້ງ່າຍໆ ເພາະສະນັ້ນທ່ານ ຕ້ອງເຕືອນສະຕິໂຕເອງໄວ້ ເປີດໄຟລ້ຽວທຸກຄັ້ງ ກ່ອນທີ່ຈະລ້ຽວ ໃຫ້ຕິດເປັນນິໄສ.
5. ເບີ່ງແວ່ນຂ້າງ ແລະ ຫຼັງ ເປັນປະຈຳ
ຫຼາຍຄັ້ງທີ່ນັກຂັບຂີ່່ມືໃໝ່ທັງຫຼາຍເວລາປ່ຽນເລນ ( ຊ່ອງຈະລາຈອນ ) ໂດຍບໍ່ໄດ້ເບີ່ງແວ່ນຫຼັງ ແລະ ແວ່ນຂ້າງ ສຸດທ້າຍເກີດອຸບປະຕິເຫດ ເຊີ່ງການເບີ່ງແວ່ນ ນັ້ນເປັນພື້ນຖານສຳຄັນຂອງການຂັບລົດຕາມທ້ອງຖະໜົນ ແຕ່ດ້ວຍຄວາມມັກງ່າຍ ບໍ່ຢາກແນມແວ່ນຫຼັງ-ຂ້າງ ແລະ ຫຼາຍໆຄົນກໍ່ເບີ່ງຂ້າມ ບໍ່ໃສ່ໃຈ ໂດຍສະເພາະແມ່ນນັກຂັບມືໃໝ່ທີ່ຍັງບໍ່ລື້ງເຄີຍ ແນະນຳວ່າໃນຂະນະທີ່ຂັບລົດໃຫ້ພະຍາຍາມແນມແວ່ນຫຼັງເປັນປະຈຳ ໃຫ້ຕິດເປັນນິໄສ ຈະຊ່ວຍໃຫ້ ຄວາມປອດໄພໃນການຂັບລົດຂອງທ່ານເພີ່ມຂື້ນ.
6. ມຸມອັບສາຍຕາຕ້ອງລະວັງ
ຢ່າງທີ່ເຮົາຮູ້ກັນດີຢູ່ລົດຈະມີມຸມທີ່ອັບສາຍຕາໃນບາງມຸມ ສຳລັບຜູ້ທີ່ຂັບຂີ່ລົດເປັນປະຈຳຈະລະມັດລະວັງໃນສ່ວນນີ້ຢູ່ແລ້ວ ແຕ່ສຳລັບມືໃຫ່ມຝຶກຂັບ ຈະຂາດຄວາມຮອບຄອບໃນສ່ວນນີ້ ອາດເຮັດໃຫ້ເກີດອຸບປະຕິເຫດກໍ່ເປັນໄດ້
ບັນຫາຈຸດອັບສາຍຕານັ້ນແກ້ໄຂຂ້ອງຂ້າງຍາກ ວິທີທີ່ດີແມ່ນ ໃຫ້ ຂັບຊ້າໆ ສັງເກດແວ່ນຫຼັງ ແລະ ຂ້າງ ເປີດໄຟສັນຍານກໍລະນີຈະປ່ຽນທິດທາງ ຫຼື ລ້ຽວ ໃຫ້ແນ່ໃຈວ່າບໍ່ມີລົດນຳຫຼັງ ແລະ ເຫັນວ່າມີຄວາມປອດໄພຈື່ງລ້ຽວ.
7. ຝຶກໃຊ້ສັນຍານເຕືອນໃຫ້ເປັນ
ເນື່ອງຈາກວ່າເຮົາບໍ່ສາມາດຊື່ສານດ້ວຍຄຳເວົ້າ ກັບລົດທີ່ສັນຈອນຄັນອື່ນໄດ້ ການບີບແກ ແລະ ການໃຊ້ໄຟສູງກະພິບ ນັ້ນປຽບວ່າເປັນການສື່ສານເຈລະຈາ ກັບລົດຄັນອື່ນໄດ້ ງ່າຍໆ ເທີງທ້ອງຖະໜົນ ເຊີງເຮົາສາມາດໃຊ້ໄດ້ໃນກໍລະນີ ເຊັ່ນ: ການຂໍທາງ, ຂໍຊິງແຊງ ເພື່່ອ ເປັນສັນຍານບອກໃຫ້ລົດອີກຄັນ ໄດ້ຮັບຮູ້ເປັນຕົ້ນ.
ໂດຍປົກກະຕິແລ້ວເຮົາສາມາດໃຊ້ໄດ້ທັງສຽງແກ ແລະ ການກະພິບໄຟສູງ ແຕ່ການບີບແກ ນັ້ນກໍ່ມີຂໍ້ຈຳກັດຫ້າມໃຊ້ໃນບາງສະຖານທີ່ ເພາະສະນັ້ນແລ້ວພະຍາຍາມໃຊ້ໄຟກະພິບແທນ ແລະ ໃຊ້ແກໃຫ້ໜ້ອຍທີ່ສຸດຫາກບໍ່ເຫັນວ່າຈຳເປັນ.
8. ສະຕິກເກີ ຫຼື ປ້າຍບອກ ວ່າມືໃໝ່ຝຶກຂັບ ຕິດໄດ້ບໍ່ໜ້າອາຍ
ນັກຂັບຂີ່ມືໃໝ່ຫຼາຍຄົນອາຍບໍ່ກ້າທີ່ຈະຕິດສະຕິກເກີ ຫຼື ປ້າຍບອກ ວ່າຕົນເອງເປັນມືໃໝ່ຝຶກຂັບໄວ້ທີ່ຫຼັງລົດ ເນື່ອງຈາກຮູ້ສືກອາຍ ແຕ່ເງີນຂອງທ່ານ ກໍ່ຄືລົດຂອງທ່ານທີ່ເຄື່ອນໄຫວໄປກັບທ່ານແນະນຳວ່າໃຫ້ຕິດໄວ້ ເພື່ອເປັນການເຕືອນລົດທີ່ສັນຈອນຮ່ວມກັນໃຫ້ລະມັດລະວັງ ເພື່ອຮັກສາໄລຍະຫ່າງ ເພື່ອປ້ອງກັນການເກີດອຸບປະຕິເຫດຈາກການທີ່ເຮົາຍັງຂັບບໍ່ໍຊຳນານ ຈະດີທີ່ສຸດ.
9. ຮູ້ຈັກກຳລັງຂອງໂຕເອງຢ່າຝືນ
ຖ້າເປັນມືໃໝ່ຝຶກຂັບລົດໃໝ່ ຫ້າມຂັບລົດອອກທາງໃຫ່ຍ ຫຼື ໃນເວລາກາງຄືນໂດຍເດັດຂາດ ຖ້າຍັງບໍ່ຄຸ້ນຊິນ ແລະ ຊຳນານ ອາດເກີດອຸບປະຕິເຫດໄດ້ ເພາະຕອນກາງຄືນສ່ວນຫຼາຍ ຄົນທີ່ສັນຈອນໄປມາ ຂ້ອນຂ້າງຈະຂັບລົດດ້ວຍຄວາມໄວ ຈື່ງບໍ່ເໝາະສົມສຳລັບມືໃໝ່ຝຶກຂັບລົດໃໝ່ໆ.
10. ການຮັບມືເມື່ອເກີດອຸບປະຕິເຫດ
ສະຖານະການເທີງທ້ອງຖະໜົນນັ້ນເປັນຫຍັງທີ່ຍາກຈະຄາດເດົາໄດ້ ເຖີງວ່າເຮົາຈະຂັບລົດຢ່າງລະມັດລະວັງແລ້ວ ແຕ່ກໍ່ມີໂອກາດເກີດເລື່ອງບໍ່ຄາດຄິດຂື້ນກໍ່ເປັນໄດ້ ສີ່ງສຳຄັນທີ່ສຸດກໍ່ຄື ການຕັ້ງສະຕິຮັບມືກັບອຸບປະຕິເຫດໃຫ້ທັນການ ເຫດເກີດເຫດແມ່ນ ໃຫ້ຈອດລົດໄວ້ກັບທີ່ ເປີດໄຟເຕືອນສຸກເສີນ ແລ້ວເບີ່ງວ່າຜູ້ໄດ້ຮັບບາດເຈັບບໍ່ ຖ້າມີໃຫ້ໂທປະສານຫາກູ້ໄພ ຫຼື ຖ້າອຸບປະຕິເຫດ ເລັກໜ້ອຍ ແມ່ນໃຫ້ໂທຕິດຕໍ່ຫາປະກັນໄພຂອງຕົນທີ່ມີ ຖ້າຫາກ ມີຄວາມຫຍຸ້ງຍາກາສັບສົນ ຫຼື ຜົນເສຍຫາຍສູງ ໃຫ້ໂທຫາເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຂອບເຂດ ເມືອງ, ແຂວງ ທີ່ເກີດອຸບປະຕິເຫດໂດຍດ່ວນ.
ຂ່າວ: ເພັງຕຸລາ.
