ຄະນະກຳມະການຄຸ້ມຄອງຄວາມປອດໄພທາງຖະໜົນ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ ເປີດບຸດໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ຢູ່ບຸນພຣະທາດຫຼວງວຽງຈັນ ປະຈໍາປີ 2023 ໃນລະຫວ່າງວັນທີ 25-27 ພະຈິກນີ້ ເພື່ອໂຄສະນາປູກຈິດສໍານຶກການຂັບຂີ່ປອດໄພໃຫ້ມວນຊົນເຮັດໃຫ້ມວນຊົນທີ່ມາທ່ຽວງານ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບຈະລາຈອນ ທັງເປັນການຫຼຸດຜ່ອນບັນຫາອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນເຂົ້າຮ່ວມໂດຍ ພັທ ວິລະພົງ ສະເໜ່ຫາ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ, ທ່ານ ສົມສະນິດ ຮວດທອງຄໍາ ຮອງຂະແໜງຂົນສົ່ງ ນວ, ມີບັນດາຕາງໜ້າບໍລິສັດ, ຫ້າງຮ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະນິດ ຮວດທອງຄໍາ ກ່າວວ່າ: ໃນປີ 2022 ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 1.072 ຄັ້ງ, ພາຫະນະເປເພ 1.906 ຄັນ, ຄົນໄດ້ຮັບບາດເຈັບ 1.441 ຄົນ ແລະ ມີຄົນເສຍຊີວິດທັງໝົດ 183 ຄົນ;

ສະນັ້ນ, ເພື່ອເຮັດໃຫ້ມວນຊົນທີ່ມາທ່ຽວງານບຸນດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຈະລາຈອນ ໃຫ້ຫຼາຍຂຶ້ນ ຄະນະຮັບຜິດຊອບຈິ່ງຈັດພິທີດັ່ງກ່າວຂຶ້ນ ເພື່ອຖ່າຍທອດຄວາມຮູ້ ແລະ ຫຼັກການຕ່າງໆກ່ຽວກັບການນໍາໃຊ້ລົດ-ໃຊ້ຖະໜົນໃຫ້ຖືກວິທີ, ໃຫ້ຮູ້ກ່ຽວກັບວິທີຮັບມື ແລະ ຫຼີກລ່ຽງບັນຫາທີ່ຈະພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ;

ດັ່ງນັ້ນ, ຈິ່ງຮຽກຮ້ອງມາຍັງມວນຊົນທີ່ຈະເຂົ້າມາທ່ຽວຊົມງານບຸນດັ່ງກ່າວຢູ່ທີ່ເດີ່ນງານບຸນພຣະທາດຫຼວງວຽງຈັນ ຄວນແວ່ຊົມວິທີການຖ່າຍທອດຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນ, ຫຼັກການຂັບຂີ່ປອດໄພ ເຮັດແນວໄດ້ໃຫ້ການຂັບຂີ່ຂອງທ່ານຫຼີກລ່ຽງຈາກການເກີດອຸບັດຕິເຫດຕາມທ້ອງຖະໜົນ.
ສະເພາະບັນດາກິດຈະກໍາທີ່ຈະປະຕິບັດພາຍໃນງານດັ່ງກ່າວ ເຈົ້າໜ້າທີ່ຈະໄດ້ເຜີຍແຜ່ກົດລະບຽບຈະລາຈອນ, ຖ່າຍທອດຫຼັກການຂັບຂີ່ປອດໄພໃຫ້ແກ່ມວນຊົນ, ແຈກແຜ່ນພັບ, ສະແດງຮູບພາບ ແລະ ຂໍ້ມູນກ່ຽວກັບອຸບັດຕິເຫດ, ສາຍວີດີໂອ ເພື່ອໃຫ້ມວນຊົນໄດ້ຊົມ ແລະ ເຫັນເຖິງຜົນເສຍຫາຍຈາກການເກີດອຸບັດຕິເຫດ; ນອກນີ້, ພາຍໃນງານ ຍັງມີກິດຈະກໍາຖາມ-ຕອບ ເພື່ອໃຫ້ມວນຊົນຮັບເອົາຂອງລາງວັນ ປະກອບມີ: ໝວກກັນທະທົບ, ເສື້ອຍືດ, ເສື້ອແຈກເກັດ, ຄັນຮົ່ມ ແລະອື່ນໆ.
ພາບ-ຂ່າວ: ຈັນສະໝອນ
