
ໃນວັນທີ 16 ພະຈິກ 2023 ທີ່ຜ່ານມານີ້, ຢູ່ທີ່ໂຮງຮຽນ ປກສ ຊັ້ນຕົ້ນ ກົມໃຫຍ່ຕຳຫຼວດ ແລະ ໄດ້ຈັດພິທີສະແດງກ້ອນກຳລັງ ແລະ ມວຍຫັດກາຍ 25 ຈັງຫວະ – 38 ຈັງຫວະ ແລະໄດ້ມີການສາທິດວິຊາສະເພາະຈະລາຈອນ ການລະບາຍການສັນຈອນ

ເປັນປະທານໂດຍ ພັອ ບຸນຫຼວງ ວິໄລສຸກ ຄະນະພັກກົມໃຫຍ່ຕຳຫຼວດ, ຫົວໜ້າຫ້ອງການເມືອງ ພ້ອມດ້ວຍຄະນະ ມີ ຫົວໜ້າ-ຮອງອຳນວຍການໂຮງຮຽນ ແລະ ຄະນະຄຸ້ມຄອງນັກຮຽນ-ນັກສຶກສາ ເຂົ້າຮ່ວມ

ພັອ ຄຳສອນ ສີດາວົງ ຫົວໜ້າອຳນວຍການ, ຮອງກົມຕຳຫຼວດຈະລາຈອນ ໄດ້ຜ່ານບົດລາຍງານສະພາບຂອງໂຮງຮຽນ ແລະ ການຮຽນການສອນຂອງຄູອາຈານ ໂດຍ ທ່ານໄດ້ ກ່າວວ່າ ໃນໄລຍະຜ່ານມາຄະນະອຳນວຍການ

ພະນັກງານຄູອາຈານໄດ້ເອົາໃຈໃສ່ນຶກສາອົບຮົມແນວຄິດໃຫ້ນັກຮຽນນັກສຶກສາເປັນປົກກະຕິປະຕິບັດ ລະບຽບວິໄນຂອງກຳລັງຕຳຫຼວດ ແລະ ລະບຽບຂອງໂຮງຮຽນໄດ້ວາງອອກ ໃຫ້ມີຄວາມເຂັ້ມງວດ.

ຈາກນັ້ນຄະນະຄູອາຈານ, ພະນັກງານ ແລະ ນັກຮຽນ ໄດ້ສະແດງກ້ອນກຳລັງ ແລະ ວິຊາງົດງາມ ໃຫ້ຄະນະນຳໄດ້ຮັບຊົມ.

ເຊີ່ງນັກຮຽນໃນຮຸ່ນທີ VIII ສົກປີ 2023 – 2024 ນີ້ແມ່ນມີນັກຮຽນ ທັງໝົດຈຳນວນ 289 ຄົນ, ຍີງ 24 ຄົນ ຮຽນລະບົບກໍ່ສ້າງ ຊັ້ນຕົ້ນ ລົງເລິກວິຊາສະເພາະຂະແໜງຈະລາຈອນໂດຍສະເພາະ.

ພາບ-ຂ່າວ: ເພັງຕຸລາ.
