
ໃນຕອນແລງວັນທີ 29 ທັນວາ 2023, ທີ່ສະໂມສອນ ກົມຕຳຫຼວດຈະລາຈອນ ໄດ້ຕ້ອນຮັບ ພົຈວ ປອ ວັນທອນ ສຸລິຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຜູ້ຊີ້ນຳວຽກງານກົມຕຳຈະລາຈອນ ໂດຍມີ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະ,

ມີຫົວໜ້າ-ຮອງຫ້ອງ ແລະ ຄະນະພະແນກອ້ອມຂ້າງກົມຕຳຫຼວດຈະລາຈອນ ກໍມີໜ້າເຂົ້າຮ່ວມ.

ໂດຍການພົບປະໃນຄັ້ງນີ້, ພັອ ກົງສິ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ໄດ້ລາຍງານຫຍໍ້ກ່ຽວກັບຂົງເຂດວຽກງານນຳພາ-ຊີ້ນຳກົມຕຳຫຼວດຈະລາຈອນ ໃຫ້ແກ່ ທ່ານ ພົຈວ ປອ ວັນທອນ ສຸລິຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຜູ້ຊີ້ນຳວຽກງານກົມຕຳຫຼວດຈະລາຈອນ ໄດ້ຮັບຊາບ.

ໄດ້ຖືເອົາໂອກາດດຽວກັນນີ້ ມອບຂອງຂວັນອວຍພອນໃຫ້ແກ່ ທ່ານ ພົຈວ ປອ ວັນທອນ ສຸລິຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2024 ທີ່ຈະມາເຖິງນີ້ອີກດ້ວຍ.

ຂ່າວ: ເພັງຕຸລາ.
