ໃນວັນທີ 14 ທັນວາ 2023 ທີ່ຜ່ານມາ, ໜ່ວຍຊາວໜຸ່ມຕຳຫຼວດຈະລາຈອນ ເປີດກອງປະຊຸມໃຫຍ່ ຄັ້ງທີ x ຄັດເລື້ອກເອົາຄະນະໜ່ວຍ ຊາວໜຸ່ມຊຸດໃໝ່ ທີ່ສະໂມສອນຊັ້ນ 5 ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດເປັນທາງການ ພາຍໃຕ້ການເປັນປະທານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ, ພັທ ງ່າ ໄຕຍະວົງ ເລຂາໜ່ວຍຊາວໜຸ່ມກົມຕຳຫຼວດຈະລາຈອນ, ພັທ ແສງທອງ ສຸພາພົງ ຄະນະບໍລິຫານງານຊາວໜຸ່ມໃຫຍ່ຕຳຫຼວດ, ພ້ອມທັງບັນດາແຂກທີ່ຖືກເຊີນ ແລະ ຊາວໜຸ່ມກົມຕຳຫຼວດຈະລາຈອນເຂົ້າຮ່ວມ.

ພັທ ວັດທະນາ ຈິດຕະພົງ ຮອງເລຂາໜ່ວຍພັກ ໄດ້ຜ່ານບົດລາຍງານຜົນງານການເຄື່ອນໄຫວ 05 ປີທີ່ຜ່ານມາ ແລະ ທິດທາງ 05 ປີໃນຕໍ່ໜ້າ.

ຄະນະໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ ແລະ ນຳພາແນວຄິດໃຫ້ມີລັກສະນະຫຼັກໝັ້ນມີການເມືອງໜັກແໜ້ນມີຄວາມຈົ່ງຮັກພັກດີຕໍ່ພັກ, ປະຊາຊົນ, ປະເທດຊາດ ແລະ ເຄື່ອນໄຫວຕາມພາລະບົດບາດຂອງຕົນຕິດພັນກັບວຽກງານວິຊາສະເພາະຂອງຕົນສະມາຊິກຊາວໜຸ່ມທຸກສະຫາຍຕ້ອງໄດ້ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ ມີຄວາມຮັບຜີດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ, ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທິ່ດີ, ມີຄວາມອົດທົນສູງ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.

ໃນຕອນທ້າຍກອງປະຊຸມຍັງໄດ້ມີການໃຊ້ສິດປະຊາທິປະໄຕປ່ອນບັດຄັດເລື້ອກເອົາຄະນະໜ່ວຍຊຸດໃໝ່

ໃນນີ້ຍັງມີຜູ້ສະມັກເລື້ອກຕັ້ງເປັນຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຈຳນວນ 09 ສະຫາຍ, ເລື້ອກເອົາຈຳນວນ 07 ສະຫາຍ.

ຜົນການປ່ອນບັດໄດ້ເປັນເອກະສັນເລື້ອກສະຫາຍຄື: ພັຕ ພູວຽງ ແກ້ວປັນຍາ ເປັນເລຂາ, ພັຕ ສຸຈິດຕະ ທຳມະສິດ ເປັນຮອງເລຂາ, ຮອ ເພັງຕຸລາ ວົງພະຈັນ ເປັນຮອງເລຂາ, ຮອ ສິນທຳ ສາລີ ເປັນປະທານກວດກາ, ຮອ ນ. ຕຸກຕາ ຄຳວົງສາ ເປັນຄະນະ, ຮອ ສີສະຫວັດ ດວງມະນີເປັນຄະນະ ແລະ ຮອ ສີວອນ ຈັນທະມີໄຊ ເປັນຄະນະ.
ຂ່າວ: ເພັງຕຸລາ.
