ໂຮງຮຽນ ປກສ ຊັ້ນຕົ້ນກົມໃຫຍ່ຕຳຫຼວດໄດ້ຈັດພິທີປິດຊຸດຮຽນ ກໍ່ສ້າງວິຊາສະເພາະຕຳຫຼວດຈະລາຈອນ ຮຸ່ນທີ VIII ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2024 ໂດຍການເປັນປະທານຂອງ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ-ຄະນະບັນຊາ, ຄະນະອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນກົມໃຫຍ່ຕຳຫຼວດ, ແຂກຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ພັອ ຄຳສອນ ສີດາວົງ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນກົມໃຫຍ່ຕຳຫຼວດ ໄດ້ຜ່ານບົດສະຫຼຸບປິດຊຸດຮຽນ ຮຸ່ນທີ VIII ວ່າ: ການຮຽນ-ການສອນຊຸດຮຽນກໍ່ສ້າງວິຊາສະເພາະຕຳຫຼວດຈະລາຈອນ ຮຸ່ນທີ VIII ໄດ້ເລີ່ມມາແຕ່ວັນທີ 20 ມີນາ 2023 ເຖິງປະຈຸບັນ ເຊິ່ງມີນ້ອງນັກຮຽນທັງໜົດ 289 ສະຫາຍ, ຍິງ 24 ສະຫາຍ; ກຳນົດເວລາຮຽນ 1 ປີ ປະກອບມີ 3 ໝວດວິຊາຮຽນ ແລະ ແບ່ງອອກເປັນ 5 ໄລຍະຄື:

ໄລຍະຮຽນຮູ້ກ່ຽວ ໝວດວິຊາຄວາມຮູ້ທົ່ວໄປ ມີ 19 ວັນ ເທົ່າກັບ 133 ຊົ່ວໂມງ; ໝວດພື້ນຖານວິຊາສະເພາະ ມີ 81 ວັນ ເທົ່າກັບ 567 ຊົ່ວໂມງ; ໝວດວິຊາສະເພາະຈະລາຈອນ ມີ 146 ວັນ ເທົ່າ ກັບ 1.022 ຊົ່ວໂມງ; ໝວດຮຽນຕົວຈິງ ມີ 109 ວັນ ເທົ່າກັບ 763 ຊົ່ວໂມງ ແລະ ຝຶກງານພາຍນອກ ມີ 22 ຊົ່ວໂມງ ໃນນັ້ນ, ນັກຮຽນໄດ້ເສັງຈົບຊັ້ນ 3 ວິຊາຄື: ວິຊາກົດໝາຍ, ວິຊາການເມືອງ ແລະ ວິຊາສະເພາະຕຳຫຼວດຈະລາຈອນ.

ຜ່ານການຈັດຕັ້ງປະຕິບັດ ສາມາດຕີລາຄາຜົນການສຶກສາຄົ້ນຄວ້າຮໍ່າຮຽນຂອງນັກຮຽນຮຸ່ນທີ VIII ໄດ້ຄະແນນ 27 ຈຳນວນ 18 ສະຫາຍ, ຍິງ 02 ສະຫາຍ ເທົ່າກັບ 6,22%, ຄະແນນ 26 ຈຳນວນ 35 ສະຫາຍ, ຍິງ 06 ສະຫາຍ ເທົ່າກັບ 12,11%, ຄະແນນ 25 ຈໍານວນ 95 ສະຫາຍ, ຍິງ 13 ສະຫາຍ ເທົ່າກັບ 32,87%, ຄະແນນ 24 ຈໍານວນ 93 ສະຫາຍ, ຍິງ 02 ສະຫາຍ ເທົ່າກັບ 32,17%, ຄະແນນ 23 ຈໍານວນ 41 ສະຫາຍ, ຍິງ 01 ສະຫາຍ ເທົ່າກັບ 14,18%, ຄະແນນ 22 ຈໍານວນ 07 ສະຫາຍ, ເທົ່າກັບ 2,42%

ບັນລຸຕາມຄາດໝາຍ ແລະ ໄດ້ຮັບນະໂຍບາຍປະດັບຊັ້ນ ສິບໂທ 289 ສະຫາຍ, ຍິງ 24 ສະຫາຍ, ຮັບໃບຍ້ອງຍໍຈາກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ 46 ສະຫາຍ, ຮັບໃບຍ້ອງຍໍຈາກກົມໃຫຍ່ຕຳຫຼວດ 123 ສະຫາຍ ແລະ ຮັບໃບຊົມເຊີຍຈາກຫ້ອງການເມືອງ 113 ສະຫາຍ.

ໃນໂອກາດດຽວກັນໄດ້ຮັບຟັງຄຳໂອ້ລົມຈາກທ່ານ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດ, ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ

ພ້ອມທັງເນັ້ນໝັກບາງບັນຫາ ໂດຍສະເພາະຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນສໍາຄັນຕົ້ນຕໍ ແລະ ນຳໜ້າໃນທຸກຂົງເຂດວຽກງານ ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ; ສືບຕໍ່ການປັບປຸງ-ກໍ່ສ້າງກໍາລັງ ຕ້ອງຖືເປັນປັດໃຈຕັດສິນ ອັນສໍາຄັນແມ່ນສຸມໃສ່ປັບປຸງກໍ່ສ້າງດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງ-ແນວຄິດ, ຄຸນສົມບັດ ແລະ ດ້ານການຈັດຕັ້ງ, ເຊີດຊູບົດບາດການນຳພາຂອງພັກໃຫ້ສູງ, ຍົກສູງສະຕິ, ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ແໜ້ນ ລວມທັງຄວາມຮູ້ ທາງດ້ານວິຊາສະເພາະ, ເພື່ອຮັບໃຊ້ເຂົ້າໃນວຽກງານວຽກງານວິຊາສະເພາະ ແລະ ພ້ອມຮັບໃຊ້ປະຊາຊົນ.

ພາບ-ຂ່າວ: ເພັງຕຸລາ.
