
ໃນວັນທີ 03 ມັງກອນ 2024, ນັກສຶກສາ ປກສ ຊັ້ນຕົ້ນ ກົມໃຫຍ່ຕຳຫຼວດ ລຸ້ນທີ XIII ຂະແໜງຈະລາຈອນ ໄດ້ລົງລະບາຍການສັນຈອນ ພ້ອມທັງໂຄສະນາຢູ່ ຕາມເສັ້ນທາງ ຈຸດສາມແຍກ, ສີ່ແຍກ ເຊິ່ງນັກຮຽນ ປກສ ຊັ້ນຕົ້ນ ກົມໃຫຍ່ຕຳຫຼວດ ລຸ້ນທີ XIII ມີທັງໝົດ 289 ຄົນ, ຍິງ 24 ຄົນ,

ໂດຍໄດ້ມີການສັບຊ້ອນລົງຝຶກງານ ຢູ່ແຕ່ລະກົມກອງຄື: ກົມຕຳຫຼວດຈະລາຈອນ, ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ເມືອງ 08 ເມືອງໃນ (ຍົກເວັ້ນ ປກສ ເມືອງສັງທອງ)

ເພື່ອລົງປະຕິບັດວຽກຕົວຈິງ ກຳນົດເວລາລົງຝືກງານນັບແຕ່ ວັນທີ 28 ທັນວາ 2023 ຫາ 18 ມັງກອນ 2023.

ຕະຫຼອດໄລຍະຂອງການລົງຝຶກງານ, ເຫັນໄດ້ວ່າບັນດານັກສຶກສາແມ່ນໄດ້ເອົາໃຈໃສ່ ເຂົ້າໃນການປະຕິບັດໜ້າທີ່, ມີຄວາມຫ້າວຫັນຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ເປັນເຈົ້າການໃນການຊອກຮູ້ຮ່ຳຮຽນວິຊາສະເພາະ ກໍຄືຄວາມຮຸ້ທາງ ດ້ານຂະແໜງການທີ່ກ່ຽວຂ້ອງທີ່ການຈັດຕັ້ງມອບໃຫ້.

ພາຍຫຼັງສຳເລັດການຝຶກງານໃນຄັ້ງນີ້ ຈະໄດ້ມີການສອບເສັງຈົບຊັ້ນ ເພື່ອກຽມພ້ອມຮັບໃຊ້ຊາດ ແລະ ເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ.

ຂ່າວ: ເພັງຕຸລາ.
