ໃນຄັ້ງວັນທີ 08 ມີນາ 2024, ໄດ້ເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມ ລັດຖະ ມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 (PREPARATORY SEOW MEETING FOR THE 30th AEM RETREAT) ມີຂຶ້ນໃນວັນທີ 8 ມີນາ 2024 ທີ່ໂຮງແຮມພູແມນ (Pullman) ຫຼວງພະບາງ

ໂດຍການເປັນປະທານຮ່ວມຂອງທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມການຄ້າຕ່າງປະເທດ ແລະ ຮ່ວມມືເສດຖະກິດສາກົນ ກະຊວງອຸດສາຫະກຳ ແລະ ການຄ້າ, ສປປລາວ, ມີທ່ານ ຊາດວິນເດີ ຊິນ ຮອງເລຂາທິການໃຫຍ່ອາຊຽນ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ດ້ວຍ.

ໃນວາລະກອງປະຊຸມ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມການຄ້າຕ່າງປະເທດ ແລະ ຮ່ວມມືເສດຖະກິດສາກົນ ໃນນາມປະທານກອງປະຊຸມ ຍັງໄດ້ກ່າວອີກວ່າ: ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນແບບວົງແຄບຄັ້ງນີ້ ຈຸດປະສົງແມ່ນເພື່ອປຶກສາຫາລືກະກຽມທາງດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ຈະຈັດຂຶ້ນໃນວັນທີ 9 ມີນາ 2024.

ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວ ມີຜົນສຳເລັດຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພ 100%.

ກົມຕຳຫຼວດຈະລາຈອນ ໄດ້ສົບທົບກັບພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງພະບາງ ເຂົ້າຮ່ວມປ້ອງກັນ-ເປີດທາງ ໃນຄັ້ງນີ້ ຈຳນວນ 54 ສະຫາຍ, ນຳໃຊ້ພາຫະນະທັງໝົດ ຈຳນວນ 14 ຄັນ, ລົດຈັກມ້າຂາວເປີດທາງ ຈຳນວນ 12 ຄັນ ແລະ ລົດສະຫຼາມເປີດທາງ ຈຳນວນ 02 ຄັນ, ເພື່ອເປີດທາງອຳນວຍຄວາມສະດວກຕະຫຼອດການເດີນທາງໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວອີກດ້ວຍ.
ຂ່າວ: ເພັງຕຸລາ.
