
ຕອນເຊົ້າ ວັນທີ 13 ມີນາ 2024, ທີ່ສະໂມສອນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ມີຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ພາຍໃຕ້ຫົວຂໍ້ “ຂະບວນການບໍລິຈາກເລືອດ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ

ການບໍລິຈາກເລືອກໃນຄັ້ງນີ້ ກໍ່ເພື່ອແນ່ໃສ່ສະໜອງເລືອດໃຫ້ບັນດາໂຮງໝໍແຫ່ງຕ່າງໆ ທັງສູນກາງຮອດທ້ອງຖິ່ນ ໃຫ້ມີເລືອດໄວ້ຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບ

ປັດຈຸບັນເຫັນວ່າຢູ່ໂຮງໝໍຫຼາຍແຫ່ງ ເລືອດແມ່ນມີຄວາມຂາດແຄນ ແລະ ເລືອດແມ່ນມີຄວາມສຳຄັນ ແລະ ຈໍາເປັນທີ່ສຸດ ເພື່ອໄປຊ່ວຍກອບ ກູ້ເອົາຊີວິດ ຜູ້ທີ່ກຳລັງເຈັບປ່ວຍ, ບາດເຈັບຈາກການເກີດອຸບປະຕິເຫດ ແລະ ອື່ນໆ ໂດຍສະເພາະແມ່ນຜູ້ທີ່ຕ້ອງການເລືອດ.

ທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ໃຫ້ມີບັນຍາກາດຟົດຟື້ນ, ກ້ວາງຂວາງເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ຢ່າງເລິກເຊິ່ງ ພ້ອມທັງສະແດງໃຫ້ເຫັນເຖິງນ້ຳໃຈເສຍສະຫຼະ ແລະ ນ້ຳໃຈສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃນກົມກອງຂອງຕົນຢ່າງໜັກແໜ້ນ.

ເນື່ອງໃນໂອກາດດຽວກັນນີ້ ຊາວໜຸ່ມ-ແມ່ຍິງ ກົມຕຳຫຼວດຈະລາຈອນ ກໍໄດ້ປະກອບສ່ວນ ໃນການບໍລິຈາກເລືອດໃນຄັ້ງນີອີກດ້ວຍ.
