ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ໄດ້ປິດລົງຢ່າງຈົບງາມ ໃນວັນທີ 27 ກໍລະກົດ 2024 ພາຍຫຼັງດຳເນີນມາຕັ້ງແຕ່ ວັນທີ 21 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ

ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າຈາກປະເທດຄູ່ຮ່ວມມືພາຍນອກອາຊຽນ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ, ພາຍໃຕ້ການເປັນປະທານກອງປະຊຸມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ກົມຕຳຫຼວດຈະລາຈອນ ໄດ້ເຂົ້າຮ່ວມປ້ອງກັນ-ເປີດທາງ ໃນຄັ້ງນີ້ ໂດຍໄດ້ແຕ່ງຕັ້ງ ນາຍ ແລະ ພົນຕຳຫຼວດຈະລາຈອນ ຈຳນວນ 317 ສະຫາຍ, ຍິງ 40 ສະຫາຍ, ແບ່ງເປັນ 16 ຈຸດປ້ອງກັນ, ນຳໃຊ້ພາຫະນະທັງໝົດ ຈຳນວນ 99 ຄັນ, ລົດຈັກມ້າຂາວເປີດທາງ ຈຳນວນ 69 ຄັນ ແລະ ລົດສະຫຼາມເປີດທາງ ຈຳນວນ 30 ຄັນ ເພື່ອເປີດທາງອຳນວຍຄວາມສະດວກຕະຫຼອດການເດີນທາງໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ໄດ້ສຸມໃສ່ວຽກງານປ້ອງກັນຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ, ຈັດຕັ້ງແບ່ງໜ້າທີ່ໃຫ້ນາຍ ແລະ ພົນຕຳຫຼວດ ຮັບຜິດຊອບແຕ່ລະຂະບວນການນຳ, ແຂກພາຍໃນ, ພາຍນອກເຂົ້າຮ່ວມກອງປະຊຸມ, ໂດຍປະສານງານ ກັບຄະນະຈັດຕັ້ງພິທີການ ແລະ ອະນຸກຳມະການຕ່າງໆ, ຕະຫຼອດຮອດແຜນເຄື່ອນໄຫວຂອງຂະບວນແຂກຕ່າງປະເທດໃນແຕ່ລະວັນ

ພ້ອມນັ້ນ ກໍໄດ້ປະສານງານກັບພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເພື່ອເຮັດໜ້າທີ່ຕາມເສັ້ນທາງຫຼັກ ແລະ ເສັ້ນທາງສຳຮອງ ເພື່ອອຳນວຍຄວາມສະດວກ, ເປີດ-ປິດເສັ້ນທາງທີ່ຂະບວນລົດການນຳ ແລະ ແຂກແລ່ນຜ່ານ, ເຮັດໃຫ້ສະພາບການສັນຈອນໃນໄລຍະກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ນີ້, ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100 % ຕະຫຼອດການເດີນທາງ.

ພາບ-ຂ່າວ: ເພັງຕຸລາ.
