
ໃນວັນທີ 30 ພຶດສະພາ 2023 ບໍລິສັດ ພູເບ້ຍ ມານນິງ ຈຳກັດ ໄດ້ ມອບອຸປະກອນຮັບໃຊ້ວຽກງານວິຊາສະເພາະ ໃຫ້ແກ່ ກົມຕຳຫຼວດຈະລາຈອນ ກ່າວມອບໂດຍ ທ່ານ ສະຕິບ ກິມເປວ ຜູ້ອຳນວຍການ ບໍລິສັດ ພູເບ້ຍ ມາຍນິງ, ພ້ອມດ້ວຍ ທ່ານ ເມີເລ ຟິບ ຜູ້ຈັດການໃຫຍ່ຝ່າຍການຄ້າ ບໍລິສັດ ແພນອອສ, ທ່ານ ນາງ ວັນນະລີ ພູນສະຫວັດ ຜູ້ຈັດການຝ່າຍປະສານງານລັດຖະບານ ແລະ ກ່າວຮັບໂດຍ ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບຄັ້ງນີ້ປະກອບມີ ຢາງລົດໃຫຍ່ ຈຳນວນ 25 ເສັ້ນ, ຈວຍສະທ້ອນແສງ ຈຳນວນ 200 ອັນ ແລະ ໄມ້ຄ້ອນໄຟ ຈຳນວນ 100 ອັນ ມູນຄ່າລວມ 93,220,000 ກີບ ໂດຍເຄື່ອງຈຳນວນດັ່ງກ່າວຈະນຳໃຊ້ໃນວຽກງານເປີດທາງຂະບວນລົດສິນຄ້າພິເສດຂອງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ສ່ວນເຄື່ອງອຸປະກອນຕ່າງໆ ທາງກົມຈະລາຈອນ ຈະໄດ້ມີການແບ່ງປັນໃຫ້ບັນດາແຂວງທີ່ມີຄວາມຕ້ອງການ ແລະ ຂາດເຂີນ.

ໃນໂອກາດດຽວກັນນີ້, ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຕາງໜ້າໃຫ້ກົມຕຳຫຼວດຈະລາຈອນ ສະແດງຄວາມຂອບໃຈ ພ້ອມທັງມອບໃບຍ້ອງຍໍ ໃຫ້ແກ່ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ທີ່ໄດ້ອຸປະຖຳ ອຸປະກອນຮັບໃຊ້ວິຊາສະເພາະດັ່ງກ່າວ.
ພາບ-ຂ່າວ: ເພັງຕຸລາ.
