
ໃນຕອນເຊົ້າວັນທີ 18 ກໍລະກົດ 2023, ກົມຄົ້ນຄວ້າວິທະຍາສາດປະຫວັດສາດ ກະຊວງ ປກສ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບຮູບແບບກາເຫຼົ່າຮົບວິຊາສະເພາະກຳລັງຕຳຫຼວດຈະລາຈອນ ໃຫ້ກຽດເປັນປະທານກອງປະຊຸມໂດຍ ພັອ ຄຳແຝງ ວັນດີໄຊ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດປະຫວັດສາດ, ດ້ານກົມຕຳຫຼວດຈະລາຈອນມີ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍ ຫົວໜ້າພະແພກ-ຮອງພະແນກ ແລະ ວິຊາການເຂົ້າຮ່ວມ

ໃນວາລະກອງປະຊຸມ ໄດ້ມີການນຳສະເໜີ, ປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ຍັງໄດ້ມີການແນະນຳກ່ຽວກັບການອອກແບບຮູບແບບກາເຫຼົ່າຮົບວິຊາສະເພາະຂອງກຳລັງຕຳຫຼວດຈະລາຈອນອີກດ້ວຍ.

ຂ່າວ: ເພັງຕຸລາ.
