
ຊາວໜຸ່ມ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຮ່ວມໃຈກັນບໍລິຈາກເລືອດດ້ວຍຄວາມສະ ໝັກໃຈເພື່ອຊ່ວຍເຫຼືອສັງຄົມ ໃນວັນທີ 14 ມິຖຸນາ 2023 ທີ່ສູນການຄ້າໄອເຕັກມໍ (ຕຶກອາຄານໃໝ່ ຊັ້ນ 4), ໂດຍມີສະມາຊິກຊາວໜຸ່ມ, ນາຍ ແລະ ພົນຕໍາຫຼວດ ອ້ອມຂ້າງ ກົມໃຫຍ່ຕຳຫຼວດ ກໍໄດ້ເຂົ້າຮ່ວມ.

ການບໍລິຈາກເລືອດເປັນກິດຈະກໍາໜຶ່ງ ຈັດຂຶ້ນເພື່ອແນໃສ່ປຸກລະດົມນາຍ ແລະ ພົນຕໍາຫຼວດ ໂດຍສະເພາະແມ່ນຊາວ ໜຸ່ມ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ມີໂອກາດປະກອບສ່ວນເຂົ້າໃນການບໍລິຈາກເລືອດດ້ວຍຄວາມສະໝັກໃຈຊ່ວຍເຫຼືອສັງຄົມ ທັງເປັນການຊ່ວຍກອບກູ້ເອົາຊີວິດຜູ້ເຈັບເປັນທີ່ນອນຮັກສາຕົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງເປັນການສ້າງຂະບວນການຮັບຕ້ອນ-ສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ.

ໃນບັນຍາກາດກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ເຫັນໄດ້ວ່າຈຳນວນຜູ້ເຂົ້າຮ່ວມບໍລິຈາກເລືອດໃນຄັ້ງນີ້ ແມ່ນມີຫຼາຍພາກສ່ວນເຂົ້າຮ່ວມຢ່າງຄືກຄື້ນ.

ແຕ່ເຖິງ ຢ່າງໃດກໍຕາມ, ປັດຈຸບັນຍັງມີຄວາມຮຽກຮ້ອງຕ້ອງການເລືອດນັບມື້ນັບເພີ່ມຂຶ້ນ ບາງໄລຍະຍັງບໍ່ສາມາດຕອບສະໜອງໃຫ້ຄົນເຈັບໄດ້ພຽງພໍ ເປັນຕົ້ນແມ່ນໄລຍະມີໄພພິບັດ, ເກີດອຸບປະຕິເຫດໃຫຍ່ ແລະ ອື່ນໆ.

ໃນໂອກາດດຽວກັນນີ້ ຂໍຮຽກຮ້ອງໃຫ້ສັງຄົມຜູ້ທີ່ຢາກມີສ່ວນຮ່ວມບໍລິຈາກເລືອດ ສາມາດເຂົ້າຮ່ວມບໍລິຈາກໄດ້ ຢູ່ທີ່ສູນການຄ້າໄອເຕັກມໍ (ຕຶກອາຄານໃໝ່ ຊັ້ນ 4) ວັນທີ 14 ມິຖຸນາ 2023 ເວລາ 08:00 ຫາ 15:30 ໂດຍສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ເປັນຜູ້ຈັດ ໃນງານຍັງມີການສົມມະນາຄຸນ ແລະ ມອບຂອງທີລະນຶກ ຫຼາຍຢ່າງໃຫ້ແກ່ຜູ້ທີ່ຮ່ວມບໍລິຈາກເລືອດທຸກຄົນໃນຄັ້ງນີ້.
ພາຍໃຕ້ຄຳຂວັນ “Give blood give plasma share life share often”
ພາບ-ຂ່າວ: ເພັງຕຸລາ.
