
ໃນວັນທີ 07 ມິຖຸນາ 2023 ສະໂມສອນຊັ້ນ III, ກົມຕຳຫຼວດຈະລາຈອນ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທິມອບໃບຊົມເຊີຍ ຂັ້ນກົມໃຫຍ່ຕຳຫຼວດ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ພົນລະເມືອງດີ ພາຍໃຕ້ການເປັນປະທານໂດຍ ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ, ພ້ອມດ້ວຍຄະນະກົມ-ຄະນະພະແນກ, ມີຄະນະພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ, ຄະນະກອງ, ວິຊາການພະແນກອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເນື້ອໃນການມອບໃບຊົມເຊີຍໃນຄັ້ງນີ້ແມ່ນມອບແກ່ພົນລະເມືອງດີ ທ້າວ ອໍາໄພວັນ ຈັນສີຫາລາດ ອາຍຸ 32 ປີ ພົນລະເມືອງດີ “ປະກອບສ່ວນຊ່ວຍເຫຼືອສະໜອງຂໍ້ມູນກ່ຽວກັບ ອຸບປະຕິເຫດ ໃນຄັ້ງວັນທີ 21 ທັນວາ 2022 ເຂດບ້ານໂພສີ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ”

ແລະ ໃຫ້ແກ່ພາກສ່ວນ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ.ລາວ ໜ່ວຍກູ້ໄພ 1623 “ປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຈາກອຸບປະຕິເຫດ ໃນຄັ້ງວັນທີ 01 ພຶດສະພາ 2023 ເຂດບ້ານນາໄຊ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ”

ເປັນກຽດມອບໃບຊົມເຊີຍໂດຍ ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ແລະ ທ່ານ ຍັງໄດ້ກ່າວ ຂໍຂອບຊົມເຊີຍ ມາຍັງທາງພົນລະເມືອງດີ ແລະ ໜ່ວຍກູ້ໄພ 1623 ທີ່ມີການຮ່ວມໄມ້ຮ່ວມມືຊ່ວຍເຫຼືອທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແລະ ໃຫ້ສືບຕໍ່ຜັນຂະຫຍາຍເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ.
ພາບ-ຂ່າວ: ເພັງຕຸລາ.
