
ໃນວັນທີ 11 ສິງຫາ 2023 ບໍລິສັດ ນິວຈິບເຊັງ ຈຳກັດ ໄດ້ມອບເຄື່ອງໃຫ້ແກ່ ກົມຕຳຫຼວດຈະລາຈອນ ຕາງໜ້າມອບໂດຍ ທ່ານ ພັດວັນ ພັນທະສິນ ຫົວໜ້າພະແນກຂັບຂີ່ປອດໄພ ບໍລິສັດ ນິວຈິບເຊັງ ຈຳກັດ , ພ້ອມດ້ວຍຄະນະ ແລະ ຕາງໜ້າຮັບໂດຍ ທ່ານ ພັອ ຄຳເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະພະແນກອ້ອມຂ້າງກົມຕຳຫຼວດຈະລາຈອນ ກໍ່ໄດ້ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບຄັ້ງນີ້ປະກອບມີ ໝວກກັນກະທົບ ຈຳນວນ 20 ໜ່ວຍ, ເສື້ອແຈັກເກັດ ຈຳນວນ 10 ຜືນ ແລະ ເສື້ອຢືດ ຈຳນວນ 30 ຜືນ ມູນຄ່າລວມ 8,500,000 ກີບ ໂດຍເຄື່ອງຈຳນວນ ດັ່ງກ່າວຈະນຳ ໄປຈັດກິດຈະກຳ ເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ ກົດລະບຽບຈະລາຈອນໃນໂອກາດດຽວກັນນີ້, ທ່ານ ພັອ ຄຳເຫຼັກ ໄຊຍະສິດ ຕາງໜ້າໃຫ້ກົມຕຳຫຼວດຈະລາຈອນ ສະແດງຄວາມຂອບໃຈ ພ້ອມທັງມອບໃບຊົມເຊີຍໃຫ້ແກ່ ບໍລິສັດ ນິວຈິບເຊັງ ຈຳກັດ ທີ່ໄດ້ມອບເຄື່ອງອຸປະຖຳ ດັ່ງກ່າວ.

ພາບ-ຂ່າວ: ເພັງຕຸລາ.
