
ໃນຄັ້ງວັນທີ 17 ຕຸລາ 2023 ນີ້, ກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ໄດ້ເປີດຂື້ນຢ່າງເປັນທາງການ, ພາຍໃຕ້ຄຳຂັວນທີ່ວ່າ ເພີ່ມທະວີການເປັນຄູ່ຮ່ວມໃນການສົ່ງເສີມສັນຕິພາບ, ຄວາມສະຫງົບ ແລະ ຄວາມໝັ້ນຄົງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ມີຄະນະຜູ້ແທນຈາກປະເທດສະມາຊິກຕຳຫຼວດອາຊຽນ, ຄູ່ເຈລະຈາ ແລະ ປະເທດສັງເກດການເຂົ້າຮ່ວມ.

ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ອຳນວຍຄວາມສະດ້ວຍ ແລະ ປອດໄພ ໃຫ້ບັນດາຂະບວນລົດຂອງຄະນະຜູ້ແທນ ໃນຊ່ວງໄລຍະເຂົ້າຮ່ວມກອງປະຊຸມຫົວໜ້າຕຳຫຼວດອາຊຽນຄັ້ງທີ 41 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້ ກົມຕຳຫຼວດຈະລາຈອນ ໄດ້ສົມທົບກັບ ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ

ຈັດຕັ້ງກຳລັງ ໄປປະຈຳແຕ່ລະຈຸດເຊັ່ນ: ທາງຮ່ອມ, ຈຸດສາມແຍກ-ສີ່ແຍກ, ຈຸດເຂົ້າ-ອອກ ທີ່ພັກ ແລະ ໂດຍສະເພາະແມ່ນປະຈຳຢູ່ຈຸດຫໍປະຊຸມແຫ່ງຊາດ ທີ່ໃຊ້ເປັນສະຖານທີ່ຈັດກອງກປະຊຸມແມ່ນໄດ້ຍົກສູງຄວາມຄວາມຜິດຊອບໜ້າທີ່ວິຊາສະເພາະ ຢ່າງເຂັ້ມງວດ.

ໃນກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 41 ຄັ້ງນີ້ ກົມຕຳຫຼວດຈະລາຈອນ ໄດ້ແຕ່ງຕັ້ງຄະນະຊີ້ນຳບັນຊາລວມ, ບັນຊາຕົວຈິງ ແຕ່ລະຂະບວນແຂກໃນການປ້ອງກັນກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ໃນລະຫວ່າງ ວັນທີ 16-20 ຕຸລາ 2023 ລວມຈຳນວນພົນເຂົ້າຮ່ວມ 187 ສະຫາຍ, ຍິງ 16 ສະຫາຍ, ພາຫະນະຮັບໃຊ້ທັງໝົດ 52 ຄັນ, ລົດໂມໂຕເປີດທາງ 30 ຄັນ ແລະ ລົດສະຫຼາມເປີດທາງ 22 ຄັນ.

ນອກຈາກນີ້ ຍັງໄດ້ມີການ ຈັດຕັ້ງກຳລັງ ປ້ອງກັນ-ຈັດລະບຽບ ຢູ່ 05 ຈຸດສະຖານທີ່ສຳຄັນ ແລະ ຍັງໄດ້ແບ່ງລົດເປີດທາງອອກເປັນ 32 ຂະບວນ, ເພື່ອ ຮັບ-ສົ່ງ ຄະນະຜູ້ແທນແຕ່ລະປະເທດ, ອຳນວຍຄວາມສະດວກ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%.

ພາບ-ຂ່າວ: ເພັງຕຸລາ.
