
ໃນຕອນເຊົ້າຂອງວັນທີ 27 ຕຸລາ 2023 ພະແນກໂຄສະນາກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ຮ່ວມກັບບໍລິສັດວຽງຈັນປະກັນໄພ ຈຳກັດ ໄດ້ຈັດພິທີເຜີຍແຜ່ກົດລະບຽບການສັນຈອນ ແລະ ຜົນຮ້າຍຈາກການເກີດອຸບປະຕິເຫດຈະລາຈອນທາງບົກ ທີ່ຫ້ອງປະຊຸມຊັ້ນ 5, ກົມໃຫຍ່ຕຳຫຼວດ

ພາຍໃຕ້ການເປັນປະທານຂອງທ່ານ ພົຈວ ນິລະວົງ ເຈືອງຕະວະລາດ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຫົວໜ້າພະແນກ-ຮອງພະແນກ, ຫົວໜ້າກອງ-ຮອງກອງ ແລະ ຊາວໜຸ່ມ-ແມ່ຍິງ ບັນດາ ກົມ, ຫ້ອງ, ອ້ອມຂ້າງກົມໃຫຍ່ຕຳຫຼວດ ເຂົ້າຮ່ວມຮັບຟັງ ຈຳນວນ 160 ສະຫາຍ, ຍິງ 60 ສະຫາຍ.

ພັທ ນ. ບົວບາຍ ພົມມະເສນ ຫົວໜ້າພະແນກໂຄສະນາ ກົມຕຳຫຼວດຈະລາຈອນ ໄດ້ກ່າວຈຸດປະສົງໃນການເຜີຍແຜ່ກົດລະບຽບການສັນຈອນ ໃນຄັ້ງນີ້ກໍເພື່ອໂຄສະນາໃຫ້ຊາວໜຸ່ມ-ແມ່ຍິງ ສະເພາະແມ່ນພະນັກງານອ້ອມຂ້າງກົມໃຫຍ່ຕຳຫຼວດ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ.

ເພື່ອເປັນແບບຢ່າງທີ່ດີໃຫ້ສົມເປັນກຳລັງປ້ອງກັນຄວາມສະຫງົບ ແລະ ຍົກໃຫ້ເຫັນຜົນຮ້າຍ-ຜົນເສຍ ຂອງການເກີດອຸບປະຕິເຫດ ບໍ່ວ່າຈະເປັນທາງດ້ານຊັບສິນ, ເວລາ ແລະ ຮ້າຍແຮງອາດເຮັດໃຫ້ເສຍຊີວິດ ເຊິ່ງໃນແຕ່ລະປີ ກໍມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ທີ່ຢູ່ໃນກຳລັງປ້ອງກັນຄວາມສະຫງົບ ຍ້ອນອຸບປະຕິເຫດຈະລາຈອນທາງບົກ ເພື່ອເປັນການປ້ອງກັນ-ສະກັດກັ້ນ, ເຕືອນສະຕິ ຈຶ່ງໄດ້ມີການເຜີຍແຜ່ກົດລະບຽບການສັນຈອນໃນຄັ້ງນີ້.

ໃນຕອນທ້າຍການເຜີຍແຜ່ກົດລະບຽບການສັນຈອນ ແລກປ່ຽນຄວາມຮູ້, ມີການຈັດກິດຈະກຳຖາມ-ຕອບ ກ່ຽວກັບກົດລະບຽບຈະລາຈອນ, ຄວາມຮູ້ພື້ນຖານໃນການສັນຈອນ ແລະ ມີການມອບລາງວັນອີກດ້ວຍ.

ພາບ-ຂ່າວ: ເພັງຕຸລາ.
