
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ຢ່າງເປັນທາງການ ທີ່ສຳນັກງານນາຍົກລັດຖະມົນຕີ ໃນຕອນເຊົ້າ ທີ 30 ຕຸລາ ນີ້ ເພື່ອສືບຕໍ່ຮັກແໜ້ນ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື.

ພິທີຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ທີ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນລັດຖະມົນຕີກຽດຕິຍົດ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ.

ຈາກນັ້ນພິທີຕ້ອນຮັບທາງການຈະໄດ້ຈັດຂຶ້ນທີ່ສຳນັກງານນາຍົກລັດຖະມົນຕີ ສປປ ລາວ ແລະ ຣາຊະອານາຈັກໄທ ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 19 ທັນວາ 1950 ຊຶ່ງໃນປີນີ້ ສາຍພົວພັນການທູດຂອງສອງປະເທດ ຄົບຮອບ 73 ປີ.
ໃນຕອນເຊົ້າຂອງວັນດຽວກັນ, ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເສດຖາ ທະວີສິນ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດດັ່ງກ່າວ ກໍ່ຍັງໄດ້ເດີນທາງໄປ ຮ່ວມພິທີເປີດສະຖານີລົດໄຟວຽງຈັນ (ຄຳສະຫວາດ) ກ່ຽວກັບໂຄງການກໍ່ສ້າງທາງ ລົດໄຟ ລາວ-ໄທ ໄລຍະ II ໄດ້ມີຂຶ້ນ ໃຕອນເຊົ້າວັນທີ 30 ຕຸລາ 2023 ທີ່ສະຖານີວຽງຈັນ ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ການຂົນສົ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ກໍໃຫ້ກຽດເຂົ້າຮ່ວມ. ໂຄງການລົດໄຟລາວ-ໄທ ໂດຍຈະເຊື່ອມລະຫວ່າງ ນະຄອນຫຼວງວຽງຈັນ-ໜອງຄາຍ ເປັນການສະໜັບສະໜູນຍຸດທະສາດການພັດທະນາລົດໄຟແຫ່ງຊາດລາວ.

ເພື່ອເຮັດການມາຢ້ຽມຢາມຂອງທ່ານ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ຢ່າງເປັນທາງການ ໃນຄັ້ງນີ້ ມີໃຫ້ມີຄວາມສະດວກຕະຫຼອດການເດີນທາງ ແລະ ປອດໄພ
ກົມຕຳຫຼວດຈະລາຈອນ ໄດ້ຈັດຕັ້ງກຳລັງປ້ອງກັນ ແລະ ເປີດທາງ ຈຳນວນພົນທັງໝົດ 66 ສະຫາຍ, ຍິງ 12 ສະຫາຍ, ພາຫະນະຮັບໃຊ້ທັງໝົດ 13 ຄັນ, ລົດຈັກເປີດທາງ 11 ຄັນ ແລະ ລົດສະຫຼາມເປີດທາງ 02 ຄັນ ໂດຍສົມທົບກັບ ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງອີກດ້ວຍ.
ພາບ-ຂ່າວ: ເພັງຕຸລາ.
