
ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໂດຍສົບທົບກັບບັນດາ ເມືອງ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ປ້ອງກັນງານບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈຳ ພສ 2566 ທີ່ບ້ານວັດຈັນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເກືອບ 300 ສະຫາຍ ເຂົ້າປະຈໍາການແຕ່ລະຈຸດທີໄດ້ກໍານົດໄວ້.

ເພື່ອວາງກຳລັງ ໃນການປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ ອຳນວຍຄວາມສະດວກ, ລະບາຍການສັນຈອນ, ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພ ໃຫ້ນັກທ່ອງທ່ຽວທີ່ມາທ່ຽວງານມີຄວາມປອດໄພ.

ໃນນີ້ ເພື່ອເຮັດໃຫ້ສະພາບການສັນຈອນໃນຊ່ວງງານບຸນດັ່ງກ່າວ ມີຄວາມສະດວກ-ສະບາຍ, ຮັບປະກັນບໍ່ໃຫ້ມີລົດຕິດອັ່ງອໍຫຼາຍຊົ່ວໂມງ, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະສຸມກໍາລັງລົງປະຕິບັດໜ້າທີ່ ເລີ່ມແຕ່ວັນທີ 27-30 ຕຸລານີ້ ຢູ່ຕາມຈຸດສັບສົນ 3 ແຍກ, 4 ແຍກ, ຕາມສາຍທາງຫຼັກທີ່ມວນຊົນຈະໃຊ້ເຂົ້າມາທ່ຽວຊົມພາຍໃນງານ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ; ກຳລັງຕໍາຫຼວດຈະລາຈອນ ຈະລົງປ້ອງກັນ ແລະ ປະຈໍາຢູ່ທັງໝົດ 78 ຈຸດ. ໃນນີ້, ວົງໃນ 31 ຈຸດ ແລະ ວົງນອກ 41 ຈຸດ, ຈຸປະຈໍາຄອຍເຫດ 4 ຈຸ ແລະ ຈຸໂຄສະນາ 2 ຈຸ.

ນອກຈາກນີ້ ຍັງມີການເຮັດໜ້າທີ່ ໂຄສະນາເຜີຍແຜ່ລະບຽບການສັນຈອນ ໃຫ້ບັນດາມວນຊົນທີ່ນໍາໃຊ້ລົດ-ໃຊ້ຖະໜົນມາທ່ຽວງານດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈ, ມີສະຕິເຄົາລົບກົດຈະລາຈອນ ເພື່ອຫຼີກລ້ຽງການ ເກີດອຸບປະຕິເຫດ, ໃນໄລຍະງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ.

ໂອກາດນີ້ໃນ ກໍຂໍຮຽກຮ້ອງມາຍັງການຈັດຕັ້ງ, ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ມາທ່ຽວໃນງານບຸນ ຈົ່ງເຄົາລົບກົດລະບຽບຈະລາຈອນ, ປະຕິບັດຕາມສັນຍານຂອງເຈົ້າໜ້າທີ່ແຕ່ລະຈຸດ ພ້ອມທັງມີສະຕິລະວັງຕົວ ແລະ ປະກອບສ່ວນເປັນຫູເປັນຕາໃນການຕິດຕາມກຸ່ມຄົນທີ່ບໍ່ຫວັງດີ ຖ້າພົບເຫັນແມ່ນໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ ເພື່ອຕ້ານ, ສະກັດກັ້ນໄດ້ທັນເວລາ ແລະ ພ້ອມກັນປະຕິບັດຕາມ ຂໍ້ກຳນົດ, ກົດລະບຽບໃນການທ່ຽວງານ ທີ່ທາງຄະນະກຳມະການຈັດງານວາງອອກ ເພື່ອຄວາມສະຫງົບ ແລະ ປອດໄພ ຕະຫຼອດການຈັດງານ.

ພາບ-ຂາວ: ເພັງຕຸລາ.
