ໃນວັນທີ 21 ພະຈິກ 2023 ທະນາຄານພັດທະນາລາວ ຈຳກັດ ໄດ້ມອບອຸປະກອນວິຊາສະເພາະ ໃຫ້ແກ່ ກົມຕຳຫຼວດຈະລາຈອນ ຕາງໜ້າມອບໂດຍ ທ່ານ ວຽງຄຳ ວັນສີລາລົມ ຜູ້ອຳນວຍການຝ່າຍຊີ້ນຳສາຂາ, ຫົວໜ້າສາຂາພາກນະຄອນຫຼວງ, ພ້ອມດ້ວຍຄະນະ ແລະ ຕາງໜ້າຮັບໂດຍ ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະກົມ ແລະ ຄະນະພະແນກອ້ອມຂ້າງກົມຕຳຫຼວດຈະລາຈອນ ກໍ່ໄດ້ເຂົ້າຮ່ວມ.

ໂດຍເຄື່ອງທີ່ນຳມາມອບຄັ້້ງນີ້ປະກອບມີ ຈວຍ ຈຳນວນ 50 ອັນ, ສາຍອຳນາດພ້ອມໝາກຫວີດ ຈຳນວນ 70 ສາຍ ແລະ ຊຸດຄັນຮົ່ມພ້ອມຂາຕັ້ງ ຈຳນວນ 30 ຄັນ ມູນຄ່າລວມ 53,130,850 ກີບ.

ສ່ວນເຄື່ອງທີ່ຮັບມານີ້ ກົມຕຳຫຼວດຈະລາຈອນ ຈະນຳໄປຮັບໃຊ້ໃນວຽກງານວິຊາສະເພາະ ແລະ ແຍກຢາຍໃຫ້ທ້ອງຖິ່ນທີ່ຍັງຂາດເຂີນທາງດ້ານອຸປະກອນຮັບໃຊ້ວິຊາສະເພາະ

ໃນໂອກາດດຽວກັນນີ້, ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຕາງໜ້າໃຫ້ກົມຕຳຫຼວດຈະລາຈອນ ສະແດງຄວາມຂອບໃຈ ພ້ອມທັງມອບໃບຍ້ອງຍໍ ຄຸນຄວາມດີ ໃຫ້ແກ່ ທະນາຄານພັດທະນາລາວ ຈຳກັດ ທີ່ໄດ້ມອບເຄື່ອງອຸປະຖຳ ດັ່ງກ່າວໃຫ້ກັບ ກົມຕຳຫຼວດຈະລາຈອນ.
ພາບ-ຂ່າວ: ເພັງຕຸລາ.
