ໃນວັນທີ 14 ທັນວາ 2023 ພະແນກຕຳຫຼວດຈະລາຈອນ ປກສ ແຂວງ ຫຼວງພະບາງ ໄດ້ລົງຕິດຕັ້ງປ້າຍລົນນະລົງການຂັບຂີ່ປອດໄພ ໃສ່ຕາມເສັ້ນທາງ ເຂົ້າ-ອອກ ຕົວເມືອງ ແລະ ເສັ້ນທາງຫຼວງແຫ່ງຊາດ 13 ເໜືອ ຈຳນວນ 5 ຈຸດ

ເພື່ອເປັນການໂຄສະນາຫຼຸດຜ່ອນການເກີດອຸບປະຕິເຫດຈະລາຈອນທາງບົກ ໃນຊ່ວງບຸນສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024 ຢູ່ແຂວງຫຼວງພະບາງ ເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ສາກົນທີ່ຈະມາເຖິງນີ້ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.

ຂ່າວ: ເພັງຕຸລາ.
