ກ່ອນໜ້ານີ້ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ອອກແຈ້ງການເຖິງ ບັນດາພະແນກການ, ອົງການ, ນິຕິບຸກຄົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນລາວ, ຊາວຕ່າງດ້າວ ແລະ ຕ່າງປະເທດ ທີ່ດຳລົງຊີວິດ, ໄປ-ມາ ຢູ່ໃນຂອບເຂດທົ່ວແຂວງອຸດົມໄຊ, ສະບັບເລກທີ 10741/ປກສ.ອຊ, ລົງວັນທີ 11 ທັນວາ 2023, ກ່ຽວກັບ ໃຫ້ເພີ່ມທະວີເຂັ້ມງວດໃນການປະຕິບັດ ກົດໝາຍ, ລະບຽບການຈະລາຈອນ ແລະ ການຂົນສົ່ງທາງບົກ.

ໃນໄລຍະຜ່ານມາ ບັນຫາສະພາບການເກີດອຸບປະຕິເຫດຕາມທ້ອງຖະໜົນ ໃນທົ່ວແຂວງອຸດົມໄຊ ມີລັກສະນະເພີ່ມຂື້ນ, ເປັນຕົ້ນແມ່ນ ການລະເມີດກົດຈະລາຈອນ, ເມົາແລ້ວຂັບ, ບໍ່ໃສ່ໝວກກັນກະທົບ, ປ່ຽນທິດທາງກະທັນຫັນ, ຊິງບໍ່ຮັບປະກັນ ແລະ ອື່ນໆ ອັນເປັນສາເຫດພາໃຫ້ເກີດອຸບປະຕິເຫດ, ເຊິ່ງສົ່ງຜົນກະທົບ ສ້າງຄວາມເສຍຫາຍທາງດ້ານຊີວິດ, ສຸຂະພາບ, ຊັບສິນ ເປັນຈຳນວນຫຼວງຫາຍ.

ເພື່ອເປັນການຮັບປະກັນເຮັດໃຫ້ຜູ້ຂັບຂີ່ ຍານພາຫະນະ ທຸກປະເພດ ທີ່ນຳໃຊ້ເສັ້ນທາງ ໃຫ້ມີສະຕິຕື່ນຕົວເຄົາລົບ ປະຕິບັດຕາມກົດຈະລາຈອນທາງບົກ ຢ່າງເຂັ້ມງວດ ແລະ ຍົກສູງຄວາມເປັນເຈົ້າການໃນການປ້ອງກັນສະກັດກັ້ນ, ການເກີດອຸບປະຕິເຫດຈະລາຈອນທາງບົກ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ລົງເຄື່ອນໄຫວຕັ້ງຈຸດກວດກາ, ໂຄສະນາເຜີຍແຜ່ກົດຈະລາຈອນທາງບົກ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງ ໃຫ້ຜູ້ຂັບຂີ່ ຮັບຮູ້ ແລະ ເຂົ້າໃຈ ຢ່າງທົ່ວເຖິງ.

ປະຈຸບັນທາງເຈົ້າໜ້າທີ່ ເລີ່ມຈັດຕັ້ງປະຕິບັດ ລົງຕັ້ງຈຸດກວດກາ ແລະ ບັງຄັບໃຊ້ກົດໝາຍ ໂດຍປະຕິບັດຕາມ ດຳລັດ ເລກທີ 568/ລບ, ລົງວັນທີ 16 ກັນຍາ 2021 ຢ່າງເຂັ້ມງວດ.
| ລຳດັບ | ຫົວຂໍ້ແຈ້ງການ | ດາວໂຫຼດ |
| 1 | ເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ບັງຄັບໃຊ້ກົດໝາຍ ຕໍ່ຜູ້ລະເມີດກົດຈະລາຈອນທາງບົກ |
ຂ່າວ: ເພັງຕຸລາ.
