ໃນຕອນເຊົ້າຂອງວັນທີ 6 ເມສາ 2024 ທີ່ຜ່ານມານີ້ ໄດ້ມີການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຂື້ນທີ່ເດີ່ນທາດຫຼວງ, ແຂວງຫຼວງພະບາງ ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ມີການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໃນທຸກໆປີ ທາງຄະນະພັກ-ຄະນະກົມຕຳຫຼວດຈະລາຈອນ ກໍ່ມີໜ້າເຂົ້າ ຮ່ວມ ໂດຍໃນປີນີ້ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍຄະນະ ແລະ ວິຊາການ ລວມທັງໝົດ 08 ທ່ານ ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວດ້ວຍ.

ກ່ອນເປີດພິທີ ໄດ້ມີການກ່າວຕ້ອນຮັບ, ລາຍງານສະພາບການສັນຈອນ ຂອງແຂວງຫຼວງພະບາງ ໂດຍທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ຍັງໄດ້ມີການລາຍງານສະພາບ ການເກີດອຸບປະຕິເຫດ ໃນຂອບເຂດທົ່ວປະເທດ ໂດຍທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ໃນວາລະຍັງໄດ້ມີການຈັດກິດຈະກຳອີກຫຼາຍຢ່າງ ເປັນຕົ້ນແມ່ນ: ຂະບວນການຍ່າງເພື່ອໂຄສະນາກ່ຽວກັບການຂັບຂີ່ປອດໄພໂດຍມີການຖືປ້າຍໂຄສະນາ ຈາກກຸ່ມນ້ອງນັກຮຽນ, ນັກສຶກສາ, ຊາວໜຸ່ມ ແລະ ແລະ ຈາກພາກສ່ວນອື່ນໆ ກໍ່ໄດ້ມີການເຂົ້າຮ່ວມຂະບວນຍ່າງດັ່ງກ່າວ

ເຊິ່ງໄລຍະທາງໃນການຍ່າງ ໄປ-ກັບ ປະມານ 3 ກິໂລແມັດ ໂດຍເລີ່ມຈາກ ເດີ່ນພະທາດຫຼວງ-ຖະໜົນພູວາວ-ຖະໜົນໂພທິລາດ-ວົງວຽນນ້ຳພຸ ແລ້ວກັບມາຈຸດເລີ່ມຕົ້ນ.

ໃນງານຍັງມີການ ວາງສະແດງສິນຄ້າ ແລະ ອຸປະກອນທີ່ກ່ຽວກັບຄວາມປອດໄພ, ມີລະຄອນເວທີ ກ່ຽວກັບການເກີດອຸບປະຕິເຫດ ແລະ ຜົນກະທົບຕໍ່ການເກີດອຸບປະຕິເຫດ, ມີການເລົ່າເຫດການຕົວຈິງຈາກຜູ້ປະສົບອຸບປະຕິເຫດ ເພື່ອເຮັດໃຫ້ນັບຂັບຂີ່ເຫັນຜົນຮ້າຍ ແລະ ຜົນເສຍຂອງການເກີດອຸບປະຕິເຫດ, ມີການໂຕ້ວາທີກ່ຽວກັບວຽກງານຄວາມປອດໄພທາງຫຼວງ ໃນ ຫົວຂໍ້ “ຂັບຂີ່ມີວິໄນມີນ້ຳໃຈໃຫ້ກຽດຄົນຍ່າງ” ແລະ ຍັງມີການຫຼີ້ນເກມຖາມ-ຕອບ ແຈກຂອງລາງວັນ ອີກດ້ວຍ.

ຕະຫຼອດໄລຍະການຈັດງານເຫັນວ່າ ເປັນຂະບວນຟົດຟື້ນ ສື່ມວນຊົນ, ປະຊາຊົນ ເຂົ້າຮ່ວມ ຂະບວນເປັນຈຳນວນຫຼາຍ, ມີຜົນສຳເລັດ ແລະ ຮັບປະກັນຄວາມປອດໄພ 100 %.
ພາບ-ຂ່າວ: ເພັງຕຸລາ.
