ໃນວັນທີ 19 ເມສາ 2024 ທີ່ສະໂມສອນກົມຕຳຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີການຖະແຫຼງຂ່າວຕໍ່ສື່່ມວນຊົນ ໂດຍ ທ່ານ ພັອ ຄຳສອນ ສີດາວົງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ເປັນຄົນລາຍງານສະພາບ.
ເພື່ອເປັນການປ້ອງກັນສະກັດກັ້ນ ແລະ ຫຼຸດຜ່ອນອຸບປະຕິເຫດທີ່ຈະເກີດຂຶ້ນ ໃນໄລຍະສະເຫຼີມ-ສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພສ 2567 ທາງກົມຕໍາຫຼວດຈະລາຈອນ ໄດ້ອອກຄຳແນະນຳ ເລກທີ 108/ກຈຈ ລົງວັນທີ 27 ມີນາ 2024 ແລະ ອອກແຈ້ງການ ເລກທີ 019/ກຈຈ ລົງວັນທີ 27 ມີນາ 2024 ເຖີງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ໃນຂອບເຂດທົ່ວປະເທດ ໃນການປ້ອງກັນ, ສະກັດກັ້ນອຸບປະຕິເຫດຈະລາຈອນ ໃນໄລຍະຫຼີ້ນບຸນປີໃໝ່ລາວ ພສ 2567, ໃຫ້ມີຄວາມປອດໄພ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ກົມ, ບັນດາແຂວງ, ນະຄອນ ຫຼວງ ແລະ ຍັງໄດ້ເປີດກອງປະຊຸມຄົ້ນຄວ້າວາງແຜນການປ້ອງກັນຮ່ວມກັບ ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ເພື່ອກະກຽມຄວາມພ້ອມ ແລະ ຍັງມີການລົງເຄື່ອນໄຫວແນະນໍາ, ຊຸກຍູ້ທ້ອງຖິ່ນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຮັດໜ້າທີ່ອໍານວຍຄວາມສະດວກຕາມເສັ້ນທາງ.

ໃນໄລຍະ 7 ວັນ ສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2567 ແຕ່ວັນ ທີ ວັນ ທີ 11 ເມສາ ຫາ 17 ເມສາ 2027 ມີອຸບປະຕິເຫດ ທົ່ວປະເທດ ເກີດຂື້ນ ທັງໝົດ 316 ລາຍ, ສົມທຽບໃສ່ປີຜ່ານມາ ແມ່ນຫຼຸດ 26 ລາຍ, ພາຫະນະເປ່ເພ 567 ຄັນ, ສົມທຽບໃສ່ປີຜ່ານມາ ແມ່ນຫຼຸດ 22 ຄັນ, ຄົນໄດ້ຮັບບາດເຈັບ 594 ຄົນ, ສົມທຽບໃສ່ປີຜ່ານມາ ແມ່ນຫຼຸດ 17 ຄົນ ແລະ ມີຄົນເສຍຊີວິດ 33 ຄົນ, ຍີງ 4 ຄົນ, ສົມທຽບໃສ່ປີຜ່ານມາແມ່ນຫຼຸດ 02 ຄົນ.
ສະເພາະນະຄອນຫຼວງວຽງຈັນ ເກີດຂື້ນ 37 ລາຍ, ສົມທຽບໃສ່ປີຜ່ານມາແມ່ນ ເພີ່ມຂື້ນ 04 ລາຍ, ພາຫະນະເປ່ເພ 78 ຄັນ, ສົມທຽບໃສ່ປີຜ່ານມາແມ່ນ ເພີ່ມຂື້ນ 14 ຄັນ, ຄົນໄດ້ຮັບບາດເຈັບ 49 ຄົນ, ສົມທຽບໃສ່ປີຜ່ານມາແມ່ນ ຫຼຸດລົງ 02 ຄົນ ແລະ ມີຄົນເສຍຊີວິດ 04 ຄົນ, ສົມທຽບໃສ່ປີຜ່ານມາແມ່ນ ຫຼຸດລົງ 03 ຄົນ.

ແຂວງທີ່ເກີດອຸບປະຕິເຫດຫຼາຍທີ່ສຸດ ແຕ່ວັນທີ 11 ຫາ 17 ເມສາ 2024, 3 ອັນດັບຄື: 1. ວຽງຈັນ ເກີດ 43 ລາຍ, ແຂວງຈຳປາສັກ ເກີດ 39 ລາຍ, 3. ນະຄອນຫຼວງວຽງຈັນ ເກີດ 37 ລາຍ.
ແຂວງທີ່ເສຍຊີວິດຫຼາຍທີ່ສຸດ ແຕ່ວັນທີ 11 ຫາ 17 ເມສາ 2024, 3 ອັນດັບຄື: 1. ແຂວງວຽງຈັນ ເສຍຊີວິດ 05 ຄົນ, 2. ແຂວງຫຼວງພະບາງ ເສຍຊີວິດ 05 ຄົນ, 3. ນະຄອນຫຼວງວຽງຈັນ ເສຍຊີວິດ 04 ຄົນ.
ພາຫະນະຮ່ວມເກີດອຸບປະຕິເຫດ ທີ່ມີຄົນເສຍຊີວິດຫຼາຍທີ່ສຸດແມ່ນ ລົດຈັກ ຕຳກັບ ລົດຈັກ 119 ລາຍ ເສຍຊີວິດ 06 ຄົນ, ລົດຈັກ ຕໍາກັບ ລົດຍົນ 82 ລາຍ, ເສຍຊີວິດ 06 ຄົນ, ລົດຈັກລົ້ມເອງ 21 ລາຍ ເສຍຊີວິດ 05 ຄົນ, ລົດຍົນ ຕຳຄົນຍ່າງ 07 ລາຍ, ເສຍຊີວິດ 04 ຄົນ ແລະ ກໍລະນີອື່ນໆ 25 ລາຍ, ເສຍຊີວິດ 06 ຄົນ.
ເຂດເກີດອຸບປະຕິເຫດ, ເທດສະບານ 147 ລາຍ, ນອກເທດສະບານ 169 ລາຍ.

ໄລຍະເວລາເກີດ ເວລາ 00:00 – 5:00 ເກີດ 10 ລາຍ, ເສຍຊີວິດ 02, ເວລາ 6:00 – 11:00 ເກີດ 17 ລາຍ, ເສຍຊີວິດ 05 ຄົນ, ເວລາ 12:00-18:00 ເກີດ 143 ລາຍ, ເສຍຊີວິດ 17 ຄົນ, ເວລາ 19:00 – 23:00 ເກີດ 146 ລາຍ, ເສຍຊີວິດ 09 ຄົນ.
ເກນອາຍຸເກີດອຸບປະຕິເຫດແລ້ວເສຍຊີວິດ ອາຍຸຕໍ່າກວ່າ 15 ປີ, ເສຍຊີວິດ 02 ຄົນ, ອາຍຸ 16-20 ປີ, ເສຍຊີວິດ 04 ຄົນ, ອາຍຸ 21-25 ປີ, ເສຍຊີວິດ 04 ຄົນ, ອາຍຸ 26-30 ປີ, ເສຍຊີວິດ 02 ຄົນ, ອາຍຸ, 31-35 ປີ, ເສຍຊີວິດ 02 ຄົນ, ອາຍຸ 36-40 ປີ, ເສຍຊີວິດ 07 ຄົນ, ອາຍຸ 41-45 ປີ, ເສຍຊີວິດ 01 ຄົນ ແລະ ອາຍຸ 46 ປີຂື້ນໄປ, ເສຍຊີວິດ 11 ຄົນ.

ສາເຫດທີ່ພາໃຫ້ເກີດອຸບປະຕິເຫດ ແລ້ວມີຄົນເສຍຊີວິດ ດື່ມສີ່ງມືນເມົາ 99 ກໍລະນີ, ເສຍຊີວິດ 03 ຄົນ, ຄວາມໄວ 108 ກໍລະນີ, ເສຍຊີວິດ 22 ຄົນ, ບໍ່ປ່ອຍສິດ 29 ກໍລະນີ, ເສຍຊີວິດ 03 ຄົນ, ຊີງບໍ່ຮັບປະກັນ 17 ກໍລະນີ, ເສຍຊີວິດ 01 ຄົນ, ປ່ຽນທິດທາງ 33 ກໍລະນີ, ເສຍຊີວິດ 01 ຄົນ, ເຕັກນິກບໍ່ຮັບປະກັນ 09 ກໍລະນີ, ເສຍຊີວິດ 03 ຄົນ.
ອຸບປະຕິເຫດທີ່ພົວພັນເຖິງຄົນຕ່າງປະເທດ ມີຄົນເສຍຊີວິດ 1. ຈີນ 08 ລາຍ, ເສຍຊີວິດ 04 ຄົນ ແລະ ຫວຽດນາມ 05 ລາຍ, ເສຍຊີວິດ 02 ຄົນ.

ນອກຈາກນັ້ນ ກົມຕຳຫຼວດຈະລາຈອນຍັງມີການຕັ້ງຈຸດປ້ອງກັນ ສະກັດກັ້ນ ອຸບປະຕິເຫດ ທົ່ວປະເທດ ໃນຊ່ວງໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ປີນີ້ ໂດຍ ໄດ້ຕັ້ງຈຸດກວດກາພາຫະນະທັງໝົດ 81 ຄັ້ງ, ປະຈຳປ້ອມຄອຍເຫດ 24 ຊົ່ວໂມງ 51 ປ້ອມ, ສາມາດກວດກາພາຫະນະພົບເຫັນຜູ້ລະເມີດຜູ້ລ່ວງລະເມີດ 9.555 ຄົນ, ຍິງ 2353 ຄົນ, ໄດ້ສຶກສາອົບຮົມແນະນຳ 9555 ຄົນ, ຂຽນໃບກ່າວເຕືອນ 332 ຄົນ.

ກົມຕຳຫຼວດຈະລາຈອນ ຍັງໄດ້ມີການລົງໂຄສະນາເຜີຍແຜ່ປູກຈິດສຳນຶກກົດລະບຽບຈະລາຈອນ ໃນຂອບເຂດທົ່ວປະເທດ ໂຄສະນາຢູ່ໂຮງຮຽນ, ສຳນັກງານ -ອົງການ ລົງໂຄສະນາຢູ່ຕາມສາມແຍກສີ່ແຍກ ແລະ ເສັ້ນທາງທີ່ສຳຄັນ, ຕິດປ້າຍໂຄສະນາຕາມເສັ້ນທາງ ແລະ ສະຖານທີ່ສຳຄັນ, ຈັດຂະບວນແຫ່ຄາລະວານປູກຈິດສຳນຶກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ, ຈັດກິດຈະກຳ ແຈກເສື້ອ, ຖົງກັນນ້ຳທີລະນຶກ ແລະ ນ້ຳດື່ມ ຕາມເສັ້ນທາງ 13 ເໜືອ-ເສັ້ນທາງ 13 ໃຕ້ ໃຫ້ແກ່ນັກຂັບຂີ່ທີ່ສັນ ຈອນໄປມາຕາມເສັ້ນທາງອີກດ້ວຍ.
ຂ່າວ: ເພັງຕຸລາ.
