ໃນຄັ້ງວັນທີ 23 ເມສາ 2024, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີມອບ-ຮັບ ອຸປະກອນວິຊາສະເພາະ (ປ້ອງກັນຄວາມປອດໄພສຳລັບທາງ) ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ

ໂດຍມີ ເຕັ້ນ 30 ຊຸດ, ໂຕະ 30 ໜ່ວຍ, ຕັ້່ງ 180 ໜ່ວຍ, ຈວຍສະທ້ອນແດງ 300 ອັນ, ກະບອງໄຟ 150 ອັນ, ໄຟສາຍ 150 ອັນ, ຮາວກັ້ນ 30 ຮາວ, ປ້າຍຕັ້ງຈຸດກວດກາ 30 ປ້າຍ, ໝໍ້ໄຟ 30 ໜ່ວຍ, ດອກໄຟ 30 ດອກ, ຫວໍສີແດງ 30 ໜ່ວຍ, ໄມ້ແມັດ 30 ກໍ້, ເຄື່ອງສາຍໂປຣເຈັກເຕີ 29 ເຄື່ອງ, ຜ້າສາກໂປຣເຈັກເຕີ 29 ຜືນ, ລຳໂພງ 29 ໜ່ວຍ, ຖົງມືຂາວ 15 ແກັດ ແລະ ສະຕິກເກີສະທ້ອນແສງ 10.000 ແຜ່ນ, ລວມມູນຄ່າທັງໝົດ 94.000 ໂດລາ ມອບໃຫ້ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ເປັນກຽດມອບໂດຍ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ແລະ ເປັນກຽດຮັບ ໂດຍ ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເປົ້າໝາຍໃນການມອບອຸປະກອນໃນຄັ້ງນີ້ ກໍ່ເພື່ອໃຫ້ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ສົ່ງມອບຕໍ່ໃຫ້ແກ່ບັນດາ ພະແນກຕຳຫຼວດຈະລາຈອນ ປກສ ແຂວງ (ໄຊຍະບູລີ, ອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ ແລະ ຫຼວງພະບາງ) ແລະ ບັນດາຕຳຫຼວດຈະລາຈອນ ປກສ ເມືອງ ທີ່ນອນຢູ່ໃນໂຄງການ ຕາມເສັ້ນທາງ 2W-2E ຄື (ເມືອງເງີນ, ເມືອງປາກແບງ, ເມືອງຮຸນ, ເມືອງແບງ, ເມືອງໄຊ, ເມືອງຫຼາ, ເມືອງຂົວ ແລະ ເມືອງໃໝ່).

ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ການສຶກສາອົບຮົມ, ບັງຄັບໃຊ້ກົດໝາຍ, ໂຄສະນາເຜີຍແຜ່, ປູກຈິດສຳນຶກ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ນັກຂັບຂີ່ ພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງ ນຳໃຊ້ເສັ້ນທາງດັ່ງກ່າວ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມປອດໄພ ແລະ ຮັບປະກັນຄວາມສະຫງົບ ພາຍໃຕ້ໂຄງການ ພັດທະນາແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ SEARECC.
ຂ່າວ: ເພັງຕຸລາ.
