ໃນຄັ້ງວັນທີ 16 ກໍລະກົດ 2024 ທີ່ຜ່ານມານີ້, ທີ່ບໍລິສັດ ນິວຈິບເຊັງ ຈຳກັດ ໄດ້ຈັດພິທີສົ່ງ-ມອບ ລົດຈັກວິຊາສະເພາະ (ລົດຈັກມ້າຂາວ) ຍີ່ຫໍ້ Honda ລຸ້ນ ST1300 ຈໍານວນ 40 ຄັນ, ທີ່ມີການສ້ອມແປງສໍາເລັດ.

ເປັນກຽດມອບໂດຍ ທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ເປັນກຽດຮັບໂດຍ ທ່ານ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ຫົວໜ້າຄະນະຮັບຜີດຊອບສ້ອມແປງລົດຈັກວິຊາສະເພາະ ເພື່ອກະກຽມຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ, ພ້ອມທັງຄະນະຮັບຜິດຊອບ ແລະ ພະນັກງານວິຊາການ ແຕ່ລະພາກສ່ວນກໍ່ມີໜ້າເຂົ້າຮ່ວມເປັນສັກຂີພະຍານ ໃນການສົ່ງ-ມອບ ລົດວິຊາສະເພາະ ທີ່ສ້ອມແປງສຳເລັດ ໃນຄັ້ງນີ້.

ເພື່ອເປັນຮັບປະກັນທາງດ້ານເຕັກນິກ ແລະ ຍັງເປັນການກະກຽມຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນທີ່ລາວຈະໄດ້ເປັນເຈົ້າພາບ ໃນທ້າຍປີ 2024 ນີ້, ໂດຍກ່ອນພິທີສົ່ງມອບ ຍັງໄດ້ມີການ ນຳເອົາລົດຈັກມ້າຂາວ ໃນຈຳນວນ 40 ຄັນ ທີ່ມີການສ້ອມແປງສໍາເລັດນັ້ນ, ໄປແລ່ນທົດລອງ ເປັນໄລຍະທາງກວ່າ 60 ກີໂລແມັດ ເພື່ອເປັນການກວດເຊັກສະພາບເຕັກນິກຂອງບັນດາຈຳນວນລົດດັ່ງກ່າວ, ພ້ອມກັນນັ້ນກໍ່ຍັງເປັນການຝຶກຊ້ອມຂະບວນລົດເປີດທາງໄປໃນໂຕ.

ຜ່ານການແລ່ນທົດລອງ ເຫັນວ່າໃນຈຳນວນລົດດັ່ງກ່າວ ແມ່ນຮັບປະກັນທາງດ້ານເຕັກນິກ ແລະ ມີຄວາມພ້ອມໃນການປ້ອງກັນ-ເປີດທາງ ໃຫ້ແກ່ແຂກການນຳຂັ້ນສູງ ພາຍໃນ ແລະ ພາຍນອກ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຊຽນ ທີ່ ສປປ ລາວ ຈະໄດ້ເປັນເຈົ້າພາບ ໃນທ້າຍປີ 2024 ນີ້.

ບໍລິສັດ ນິວຈິບເຊັງ ຈຳກັດ ໄດ້ເຫັນຄວາມໝາຍຄວາມສຳຄັນ ຂອງວຽກງານປ້ອງກັນ-ເປີດທາງ ແລະ ທາງບໍລິສັດ ນິວຈິບເຊັງ ຈຳກັດ ຍັງໄດ້ຊຸກຍູ້ມອບໝວກກັນກະທົບ ຈຳນວນ 100 ໜ່ວຍ ລວມມູນຄ່າ 40.000.000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການກະກຽມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ໃນຄັ້ງນີ້ອີກດ້ວຍ.
ພາບ-ຂ່າວ: ເພັງຕຸລາ.
