
ໃນວັນທີ 24 ສິງຫາ 2023 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງທຸລະຄົມ ໄດ້ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍໄດ້ມີພະນັກງານ, ຜູ້ປົກຄອງທີ່ກ່ຽວຂ້ອງ ແລະ ນັກຂັບຂີ່ທີ່ດັດແປງສະພາບສະພາບເຕັກນິກ ເຂົ້າຮ່ວມ.

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ສະນັ້ນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວກວດກາພາຫະນະຕາມເສັ້ນທາງຂອບເຂດເມືອງທຸລະຄົມ ແຂວງວຽງຈັນ ຜ່ານການລົງກວດກາຕົວຈິງຈຶ່ງພົບເຫັນນັກຂັບຂີ່ດັດແປງສະພາບເຕັກນິກຂອງລົດຈັກຈຳນວນ 15 ຄັນ ມາຮັກສາໄວ້ຢູ່ກອງຮ້ອຍຕຳຫຼວດຈະລາຈອນ ປກສ ເມືອງທຸລະຄົມ ເພື່ອໃຫ້ເຈົ້າຂອງລົດເປັນຜູ້ທຳລາຍອາໄຫຼ່ທີ່ມີການດັດແປງສະພາບ, ບໍ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດອອກ ແລ້ວປ່ຽນຖ່າຍໃໝ່ກັບສູ່ສະພາບເດີມ.

ພ້ອມນັ້ນ ທາງເຈົ້າໜ້າທີ່ຍັງໄດ້ຍົກໃຫ້ເຫັນສະພາບການສັນຈອນໃນປະຈຸບັນ ແລະ ຜົນໄດ້ຜົນເສຍຂອງການດັດແປງສະພາບເຕັກນິກຂອງລົດ ອັນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ເສຍເງິນຄຳພໍ່ແມ່. ຕໍ່ກັບສະພາບການສັນຈອນຕາມທ້ອງຖະໜົນຫຼວງ ກໍ່ແມ່ນບັນຫາໜຶ່ງ ເຊິ່ງນັກຂັບຂີ່ແຕ່ລະຄົນຕ້ອງໄດ້ເປັນເຈົ້າການປະຕິບັດກົດລະບຽບຈະລາຈອນທີ່ໄດ້ກຳນົດໄວ້, ສະພາບເຕັກນິກຂອງລົດຕ້ອງຢູ່ໃນສະພາບເດີມທີ່ໂຮງງານຜະລິດອອກມາເທົ່ານັ້ນ ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ພັດມີນັກຂັບຂີ່ຈຳນວນໜຶ່ງມີການຝ່າຝືນບໍ່ເຄົາລົບກົດລະບຽບຈະລາຈອນ ເປັນຕົ້ນແມ່ນການຂັບຂີ່ລົດຈັກເປັນພຶງເປັນແພ ກີດຂວາງການສັນຈອນ, ດັດແປງທໍ່ໄອເສຍເຮັດໃຫ້ມີສຽງລົບກວນຄົນອື່ນໃນເວລາກາງຄືນ, ໃສ່ຕີນນ້ອຍບໍ່ຖືກຕາມຂະໜາດມາດຕະຖານຂອງໂຮງານຜະລິດ ແລະ ອື່ນໆ.

ຂ່າວ: ເພັງຕຸລາ.
