
ນາງ ຍິງເພີຍ ແຊ່ຈ່າວ ອາຍຸ 23 ປີ, ອາຊີບ ຄ້າຂາຍ, ພັກເຊົາຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເຜີຍແຜ່ຮູບພາບ ແລະ ໃສ່ຂໍ້ຄວາມທີ່ເປັນການໃສ່ຮ້າຍເຈົ້າໜ້າທີ່ໂພສລົງເຟສບຸກ ຊື່ Nicky ຂາຍ ສ້າງຄວາມເສຍຫາຍໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນເມືອງໄຊທານີ ນະຄອນຫຼວງວຽງຈັນ.

ວັນທີ 27 ຕຸລາ 2023, ເຈົ້າໜ້າທີ່ໄດ້ນຳຕົວ ນາງ ຍິງເພີຍ ມາສຶກສາອົບຮົມກ່າວເຕືອນລະບຽບຫຼັກການ, ພັທ ປທ ສຸນີ ໄຊຍະວົງ ຮອງຫົວໜ້າພະແນກຕຳຫຼວດ, ຜູ້ຊີ້ນຳກອງຕຳຫຼວດຈະລາຈອນ ເມືອງໄຊທານີ ໄດ້ໃຫ້ຮູ້ວ່າ: ນາງ ຍິງເພີຍ ແຊ່ຈ່າວ ໄດ້ລັກບັນທຶກຮູບພາບຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊທານີ ໃນຂະນະປະຕິບັດໜ້າທີ່ລະບາຍການສັນຈອນ ຢູ່ 4 ແຍກໄຟອໍານາດ ຕານມີໄຊ ໃນວັນທີ 26 ກໍລະກົດ 2023 ແລ້ວນຳເອົາຮູບພາບຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນລົງທາງສື່ອອນລາຍ ຜ່ານຊື່ເຟດບຸກ Nicky ຂາຍຖືກ ເຊິ່ງເປັນເຟດບຸກຂອງ ນາງ ຍິງເພີຍ ແຊ່ຈ່າວ

ພ້ອມທັງຂຽນຫົວຂໍ້ໃນເຟດບຸກວ່າ: “ຮູ້ສຶກບໍ່ໂອເຄກັບການທີ່ເຫັນຕໍາຫຼວດນັ່ງຈຸ້ມກັນຕາມ 4 ແຍກໄຟອຳນາດ ກຸ່ມລະແຈແລ້ວກໍຍ່າງມາກັກເອົາເລືອກກັກອີກ ມັນເປັນບ່ອນໂຄງບ່ອນລ້ຽວ ເຮັດໃຫ້ສັນຈອນໄປ-ມາຍາກ ຖ້າຢາກກວດຕາມລະບຽບຄືບໍ່ຕັ້ງດ່ານກວດ…” ພາຍຫຼັງທີ່ໂພດຮູບລົງໄດ້ມີຄົນກົດໄລ ກົດແຊ ພ້ອມທັງສະແດງຄວາມເຫັນໃສ່ຮ້າຍປ້າຍສີບໍ່ດີຕໍ່ເຈົ້າໜ້າທີ່.

ຕໍ່ກັບການກະທຳຂອງ ນາງ ຍິງເພີຍ ດັ່ງກ່າວຜິດຕໍ່ລະບຽບກົດໝາຍ ໃນການສ້າງຄວາມເສຍຫາຍໃຫ້ບຸກຄົນອື່ນຜ່ານສື່ສັງຄົມອອນລາຍ; ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊທານີ ຈຶ່ງໄດ້ນຳຜູ້ກ່ຽວ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ພ້ອມທັງປັບໃໝຕາມລະບຽບ ໂດຍຊ່ອງໜ້າຜຸ້ປົກຄອງ ເພື່ອບໍ່ໃຫ້ຜູ້ກ່ຽວໄດ້ກະທຳຜິດອີກ.

ພັທ ປທ ສຸນີ ໄຊຍະວົງ ໃຫ້ຮູ້ຕື່ມວ່າ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ປະຕິບັດຕາມການຊີ້ນຳຂັ້ນເທິງ ເພື່ອເປັນການບັງຄັບໃຊ້ກົດໝາຍ, ສຶກສາອົບຮົມປູກຈິດສໍານຶກໃຫ້ຜູ້ຂັບຂີ່ໃຊ້ລົດໃຊ້ຖະໜົນໃຫ້ມີຄວາມເປັນເຈົ້າການໃນການເຄົາລົບ ແລະ ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ເຮັດໃຫ້ການສັນຈອນຕາມເສັ້ນທາງຫຼວງໃນຂອບເຂດເມືອງໄຊທານີ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະດວກປອດໄພ ແລະ ຄ່ອງຕົວດີ ເພື່ອປ້ອງກັນອຸບັດຕິເຫດ.
ພາບ-ຂ່າວ: ຈັນສະໝອນ
