
ວັນທີ 27 ຕຸລາ 2023 ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ເມືອງຫົງສາ ແຂວງໄຊຍະບູລີ ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກຕໍ່ຜູ້ຂັບຂີ່ ທີ່ລະເມີດກົດລະບຽບຈະລາຈອນທາງບົກ.

ຮອ ເສກສັນ ສີວິໄລທອງ ຫົວໜ້າໜ່ວຍງານຈະລາຈອນ ກອງບັນຊາການ ປກສ ເມືອງ ໄດ້ຂຶ້ນລາຍງານສະພາບລວມຂອງຜູ້ຂັບຂີ່ທີ່ລະເມີດກົດລະບຽບໂດຍລະອຽດ ເຊິ່ງທ່ານໄດ້ກ່າວໃຫ້ຮູ້ວ່າ: ໃນຄ່ຳຄືນຂອງວັນທີ 13-14 ຕຸລາ 2023 ທາງເຈົ້າໜ້າທີ່ຈະລາຈອນໄດ້ອອກປະຕິບັດໜ້າທີ່ກວດກາໃນເທສະບານເມືອງ ແລະ ເຂດຮ້ານບັນເທີງ ໄດ້ພົບເຫັນພາກສ່ວນຂັບຂີ່ລົດທີ່ລະເມີດກົດລະບຽບການສັນຈອນ ຈຳນວນ 6 ຄົນຄື : ທ້າວ ຂວັນໄຊ, ທ້າວ ສົງການ, ທ້າວ ດິດ, ທ້າວ ຄຳພຸດ, ທ້າວ ສົມສັກ ແລະ ທ້າວ ກອນ.

ຜ່ານການລົງກວດກາຕົວຈິງ ກວດພົບເຫັນລົດຈັກມີການດັດແປງສະພາບເຕັກນິກລົດ ຢາງລໍ້ນ້ອຍດັດແປງທໍ່ອາຍເສຍ ບໍ່ຕິດປ້າຍທະບຽນ ແລະ ບໍ່ມີເອກະສານລົດ ຈຶ່ງກັກລົດໄວ້ຊົ່ວຄາວ ເພື່ອລໍຖ້າການແກ້ໄຂຕາມລະບຽບການ ຫຼັງຈາກນັ້ນ ເຈົ້າໜ້າ ທີ່ຈຶ່ງໄດ້ເຊີນອົງການປົກຄອງບ້ານ ແລະ ພໍ່-ແມ່ ຜູ້ປົກຄອງ

ພ້ອມ ດ້ວຍຜູ້ຂັບຂີ່ທີ່ລະເມີດກົດລະບຽບດັ່ງກ່າວ ມາປຶກສາຫາລື ແລະ ສຶກສາອົບຮົມ ສ້າງບົດບັນທຶກ ກ່າວເຕືອນໂດຍຊ່ອງໜ້າອົງການປົກຄອງບ້ານ ພໍ່ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່ ໂດຍໃຫ້ເຈົ້າຂອງລົດມີຄວາມຄິດເຫັນຕໍ່ບັນຫາດັ່ງກ່າວ

ພ້ອມທັງຂຽນຄຳປະຕິ ຍານດ້ວຍຕົນເອງ ຖ້າຫາກວ່າມີການລະເມີດອີກຄັ້ງໃໝ່ ແມ່ນໃຫ້ເຈົ້າໜ້າທີ່ປັບໃໝຄູນສອງຂອງມູນຄ່າການປັບໃໝ ພາຍຫຼັງສ້າງບົດບັນທຶກແລ້ວ ເຈົ້າຂອງລົດ ກໍໄດ້ປ່ຽນຖ່າຍສິນສ່ວນທີ່ດັດ ແປງສະພາບເຕັກນິກ (ທໍ່ອາຍເສຍ) ໃຫ້ຖືກຕາມສະພາບເດີມ ສຳລັບສິ້ນສ່ວນທີ່ເຈົ້າໜ້າທີ່ຍຶດໄວ້ນັ້ນ ແມ່ນຈະໄດ້ເອົາມາທຳລາຍຖິ້ມຕາມລະບຽບການ.
