ເນື່ອງຈາກ ມີການແຈ້ງມອດໄຟຟ້າ ແຕ່ວັນທີ 17 – 19 ພະຈິກ 2023 ຂອງທາງສາຂາໄຟຟ້ານະຄອນຫຼວງ 2 ໂດຍມີຫຼາຍສະຖານີ ທີ່ຢູ່ເມືອງໄຊທານີ, ເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງອາດເຮັດໃຫ້ໄຟຟ້າດັບຊົ່ວຄາວ ແລະ ເຮັດໃຫ້ບັນດາ 3 ແຍກ, 4 ແຍກ ຈຸດທີ່ມີໄຟອຳນາດ (ໄຟແດງ) ບາງບ່ອນຢຸດທຳງານ.
ເພື່ອບໍ່ໃຫ້ເກີດລົດອັ່ງອໍ, ເຄື່ອນຕົວຊ້າ ຕາມເສັ້ນທາງ ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຈຳປ້ອມໃກ້ຄຽງ ລົງລະບາຍການສັນຈອນ ໂດຍສະເພາະແມ່ນຈຸດ 3 ແຍກ, 4 ແຍກ ທີ່ມີການສານຈອນໜາແໜ້ນ ເພື່ອລະບາຍການສັນຈອນໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີຄວາມສະດວກສະປອດໄພ ຈົນໄຟອຳນາດຈະກັບມານຳໃຊ້ໄດ້ເປັນປົກກະຕິ.
