
ໃນຄັ້ງວັນທີ 09 ພະຈິກ 2023 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງເຟືອງ, ແຂວງວຽງຈັນ ໄດ້ລົງໂຄສະນາວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ເຂື່ອນໄຟຟ້ານ້ຳລີກ 1 ແລະ 2 ຊີ້ນຳໂດຍ ພັທ ບຸນໄທ ໄຊຍາລາດ ຮອງກອງບັນຊາການ ປກສ ເມືອງເຟືອງ ພ້ອມດ້ວຍ ພັທ ບຸນ ອ່ອນວິເນດ ຫົວໜ້າພະແນກຕຳຫຼວດ ມີຜູ້ເຂົ້າຮ່ວມທັງໝົດ 54 ຄົນຍີງ 04 ຄົນ.

ຕົກມາຮອດ ຄັ້ງວັນທີ 10 ພະຈິກ 2023 ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງທຸລະຄົມ, ແຂວງວຽງຈັນ ສືບຕໍ່ລົງໂຄສະນາເຜີຍແຜ່ດຳລັດວ່າດ້ວຍກົດຈະລາຈອນທາງບົກ ແລະ ສະກັດກັ້ນຕ້ານອັກຄີໄພ ຢູ່ໂຮງຮຽນ ມໍປາຍວັງເຮືອ ພາຍໃຕ້ການເປັນປະທານຂອງທ່ານ ເສົາ ລໍ່ເບຍຢ່າວ ອຳນວຍການໂຮງຮຽນ ແລະ ພັທ ຕຽງທອງ ໄຊຍະວົງ ຮອງພະແນກຕຳຫຼວດ ພ້ອມວິຊາການໜ່ວຍງານຈະລາຈອນ 03 ສະຫາຍ ມີນັກຮຽນຊັ້ນມໍ 5-7 ເຂົ້າຮ່ວມທັງໝົດ 137 ຄົນຍິງ 43 ຄົນ.

ນອກຈາກ, ການເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພແລ້ວ ຍັງມີການແນະນຳວິທີປ້ອງກັນສະກັດກັ້ນອັກຄີໄພ ເພື່ອເປັນການຍົກລະດັບຄວາມຮູ້ໃນການນໍາໃຊ້ໄຟຟ້າ, ໄຟຈາກອາຍແກ໊ດ ແລະ ເພີ່ມທະວີມີສະຕິໃນການສະກັດກັ້ນຕ້ານອັກຄີໄພ ໄດ້ບັນຍາຍເຖິງສາເຫດຂອງການເກີດອັກຕີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ-ໄຟໄໝ້, ການຊ່ວຍເຫຼືອຜູ້ເຄາະ ຮ້າຍອອກຈາກສະຖານທີ່ເກີດເຫດ,

ວິທີການນຳໃຊ້ອຸປະກອນຂັ້ນພື້ນຖານໃນການດັບມອດໄຟໃນຂັ້ນເບື້ອງ ຕົ້ນ ເຊັ່ນ: ໃຊ້ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະອື່ນໆ.

ຈາກນັ້ນ, ກໍໄດ້ມີການສາທິດການນໍາໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ, ການຈຳລອງເວລາມີເຫດການໄຟໄໝ້ຈາກຖັງແກ໊ດໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຈັດຕັ້ງປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກ໊ດ, ການແກ້ໄຂ ສະກັດກັ້ນເຫດການໄຟໄໝ້ ຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ

ນອກນັ້ນ, ຍັງມີການແນະນຳວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດ ເຫດໄດ້ຢ່າງປອດໄພ.
ຂ່າວ: ເພັງຕຸລາ.
