ໃນວັນທີ 9 ກຸມພາ 2024 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງອອກແຈ້ງການ ເຖິງຜູ້ນໍາໃຊ້ລົດໃຊ້ຖະໜົນໃນທົ່ວ ນະຄອນຫຼວງວຽງຈັນ ແລະ ພາຍໃນຂົງເຂດທົ່ວປະເທດຊາບວ່າ:

ການສັນຈອນຢູ່ຖະໜົນແຄມຂອງເຂດບ້ານສີບຸນເຮືອງ ຫາ ສາມແຍກປາກປ່າສັກ ບ້ານສີຖານເໜືອ ເມືອງສີໂຄດຕະບອງ ຈະໄດ້ມີການຈັດສັນທິດທາງ ການສັນຈອນຂອງເສັ້ນທາງ ໃຫ້ເປັນການ ສັນຈອນທິດທາງດຽວ (One way) ເຊິ່ງຈະເລີ່ມແຕ່ ວັນທີ 9 ກຸມພາ 2024 ເປັນຕົ້ນໄປ.

ສະເພາະເສັ້ນທາງຮ່ອມ ຫຼື ທາງຊອຍທີ່ເຊື່ອມຈາກເສັ້ນທາງແຄມຂອງອອກຫາຖະໜົນສຸພານຸວົງ ແມ່ນຮັກສາທິດທາງການສັນຈອນສອງເບື້ອງໄວ້ຄືເກົ່າ (two way).
ສໍາລັບຜູ້ນໍາໃຊ້ລົດ, ນໍາໃຊ້ຖະໜົນມີຈຸດປະສົງເດີນທາງຂຶ້ນເມືອທາງທິດເໜືອເຂດເມືອງສັງທອງ ແລະ ນາຊາຍທອງ ຕ້ອງນໍາໃຊ້ຖະໜົນສຸພານຸວົງທີ່ເປັນເສັ້ນທາງສາຍຂຶ້ນ.

ນອກຈາກນີ້ ຍັງໄດ້ຈັດກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຈຳນວນ 60 ສະຫາຍ ໂດຍມີພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ເມືອງສີໂຄດຕະບອງ ເພື່ອລົງໂຄສະນາ-ແນະນຳ ໃຫ້ນັກຂັບຂີ່ທີ່ນຳໃຊ້ເສັ້ນທາງດັ່ງກ່າວ ໄດ້ຮັບຊາບ.

ສະນັ້ນແລ້ວ, ຈຶ່ງຂໍຮຽກຮ້ອງມາຍັງຜູ້ຂັບຂີ່ທີ່ນຳໃຊ້ເສັ້ນທາງດັ່ງກ່າວ ໃຫ້ມີເອົາໃຈໃສ່ປະຕິບັດຕາມແຈ້ງການ ເພື່ອເຮັດໃຫ້ການສັນຈອນມີຄວາມເປັນລະບຽບຮຽບຮ້ອຍ ແລະ ຫຼີກລ່ຽງການເກີດອຸປະຕິເຫດ.
ພາບ-ຂ່າວ: ເພັງຕຸລາ.
