ອີງຕາມການລາຍງານຂອງຜູ້ ທີ່ນຳໃຊ້ເສັ້ນທາງ ກ່ຽວກັບສະພາບເສັ້ນທາງ ໃນຕອນເຊົ້າ ວັນທີ 03 ສິງຫາ 2024 ເຂດດອຍນ້ຳເລັງ ເສັ້ນທາງລະຫວ່າງແຂວງບໍ່ແກ້ວ ຫາ ແຂວງຫຼວງນ້ຳທາ ໄດ້ເກີດດີນເຈື່ອນທັບຖົມໜ້າທາງ ເຮັດໃຫ້ສັນຈອນໄປ-ມາມີຄວາມຫຍຸ້ງຍາກ ບໍ່ມາສາດສັນຈອນຜ່ານໄດ້.

ປະຈຸບັນພາກສ່ວນກ່ຽວຂ້ອງລົງແກ້ໄຂໃຫ້ມາສາດກັບມານຳໃຊ້ໄດ້.

ດັ່ງນັ້ນ ທ່ານໃດທີ່ນຳໃຊ້ເສັ້ນທາງດັ່ງກ່າວ ຖ້າບໍ່ຈຳເປັນໃຫ້ ຫຼີກລ້ຽງ ຫຼື ນຳໃຊ້ເສັ້ນທາງອື່ນຊົ່ວຄາວ ເພາະພາກສ່ວນຮັບຜິດຊອບກຳລັງດຳເນີນການແກ້ໄຂໃຫ້ກັບມານຳໃຊ້ໄດ້ໃນໄວໆນີ້.

ຂ່າວ: ເພັງຕຸລາ.
