Skip to content

Categories

  • ຂ່າວກົມກອງ
  • ຂ່າວສະພາບເສັ້ນທາງ
  • ຂ່າວທ້ອງຖິ່ນ
  • ຂ່າວອຸບປະຕິເຫດ
  • ຂ່າວເດັ່ນ
  • ຄວາມຮູ້ພື້ນຖານໃນການສັນຈອນ
  • ສາລະຄວນຮູ້
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
Primary Menu
  • ໜ້າຫຼັກ
  • ແຈ້ງການ
  • ຂ່າວສານ
    • ຂ່າວສະພາບເສັ້ນທາງ
    • ຂ່າວອຸບປະຕິເຫດ
    • ຂ່າວທ້ອງຖິ່ນ
    • ຂ່າວກົມກອງ
    • ຂ່າວເດັ່ນ
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ສະຖິຕິ
  • ສາລະຄວນຮູ້
  • ແຈ້ງເຫດ
  • ກ່ຽວກັບພວກເຮົາ
  • Home
  • ແກ້ຂ່າວບຸກຄົນທີ່ໂພດລົງສື່ສັງຄົມອ່ອນລາຍ ວ່າມີລົດຄາເປັນເວລາ 5 ວັນ ຢູ່ເສັ້ນທາງເລກທີ 13 ເໜືອ ແຕ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງພູຄູນ ແຂວງຫຼວງພະບາງ ແມ່ນບໍ່ມີຄວາມຈິງ
  • ຂ່າວສະພາບເສັ້ນທາງ

ແກ້ຂ່າວບຸກຄົນທີ່ໂພດລົງສື່ສັງຄົມອ່ອນລາຍ ວ່າມີລົດຄາເປັນເວລາ 5 ວັນ ຢູ່ເສັ້ນທາງເລກທີ 13 ເໜືອ ແຕ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງພູຄູນ ແຂວງຫຼວງພະບາງ ແມ່ນບໍ່ມີຄວາມຈິງ

ກົມຕຳຫຼວດຈະລາຈອນ 21/10/2023

ພັທ ພູວັນນີ ຫຼິນວັນນະລາດ ຫົວໜ້າພະ ແນກຕໍາຫຼວດຈະລະຈອນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ກ່າວວ່າ ໃນໄລຍະຜ່ານມາເຈົ້າໜ້າທີ່ພວກເຮົາໄດ້ລົງລະບາຍການສັນຈອນຢ່າງຕັ້ງໜ້າລົງຕິດຕາມກວດກາຕາມເສັ້ນທາງເລກທີ 13 ເໜືອ, ເຊິ່ງເປັນເສັ້ນທາງຍຸດທະສາດ ແລະ ເປັນເສັ້ນທາງເມືອງຕໍ່ເມືອງ, ແຂວງຕໍ່ແຂວງ, ນອກນັ້ນຍັງເປັນເສັ້ນທາງອອກສູ່ຕ່າງປະເທດ. ສະພາບການສັນຈອນໄປມາຂອງຍານພາຫະນະນັບມື້ເພີ່ມຂື້ນເປັນຈໍານວນຫຼວງຫຼາຍເຊັ່ນ: ລົດບັນທຸກສິນຄ້າຜ່ານແດນ ແລະ ລົດຂົນສົ່ງແຮ່ທາດຕ່າງໆ ເສັ້ນທາງຂອບເຂດເມືອງກາສີ ແຕ່ຊາຍແດນເມືອງວັງວຽງຫາເມືອງພູຄູນ ສະພາບເສັ້ນທາງແມ່ນມີການເປ່ເພຫຼາຍຈຸດ ເຊິ່ງເປັນບວກ, ເປັນຂຸມ ບວກກັບຊ່ວງລະດູຝົນເວລາຝົນຕົກນໍ້າໄດ້ໄຫຼເຊາະເຈື່ອນດິນລົງມາຖົມໃສ່ຄອງລະບາຍນໍ້າຕາມແຄມທາງເຮັດໃຫ້ນໍ້າໄດ້ໄຫຼໃສ່ເສັ້ນທາງ

ແລະ ເຮັດໃຫ້ເສັ້ນທາງມີການເປ່ເພເປັນຈໍານວນຫຼາຍຈຸດ ແລະ ທາງເຈື່ອນເປັນບາງຈຸດ, ເສັ້ນທາງແຕ່ຊາຍແດນເມືອງ ວັງວຽງ ຮອດ ເມືອງ ກາສີ ແມ່ນເປັນບວກເປັນຂຸມຫຼາຍ ແຕ່ບໍ່ເຖິງຂັ້ນລົດຕິດ-ລົດຄາ ພໍໄປມາໄດ້ສະດວກ, ສ່ວນເສັ້ນທາງແຕ່ເມືອງກາສີຫາຊາຍແດນເມືອງພູຄູນ ສະພາບເສັ້ນທາງເປັນທາງພູດອຍສູງຊັນ, ທາງແຄບ, ທາງໂຄ້ງເປັນບວກ, ເປັນຂຸມ ບາງຈຸດຖືກນໍ້າເຊາະເຈື່ອນເປັນຂຸມເລິກເຮັດໃຫ້ລົດຂື້ນພູບໍ່ໄດ້ ເຊິ່ງເປັນຕົ້ນເຫດເຮັດໃຫ້ລົດຄາໄດ້ແກ່, ໄດ້ດຶງ, ລົດທີ່ສັນຈອນໄປມາໄດ້ຈອດລໍຈົນກວ່າລົດທີ່ຄາຂື້ນໄດ້ຈຶ່ງສາມາດໄປໄດ້ ສະເພາະລົດທີ່ຕໍ່າເປັນຕົ້ນແມ່ນປະເພດລົດເກງແມ່ນບໍ່ສາມາດໄປມາໄດ້,

ສ່ວນຫຼາຍລົດຕໍ່າແມ່ນໄດ້ນໍາໃຊ້ເສັ້ນທາງກາສີ-ເມືອງນານ ສະເພາະລົດບັນທຸກໜັກແມ່ນທາງບໍລິສັດສ້ອມແປງທາງກາສີ-ເມືອງນານ ບໍ່ອະນຸຍາດໃຫ້ນໍາໃຊ້ເສັ້ນທາງດັ່ງກ່າວ. ໃນໄລຍະຜ່ານມາພວກເຮົາໄດ້ນໍາເອົາກໍາລັງລົງລະບາຍການສັນຈອນເປັນຈໍານວນ 06 ຄັ້ງ,ມີ 18 ແຮງງານ, ບາງຈຸດແມ່ນໃຊ້ເວລາຮອດ 02 ວັນ, ຈຸດທີ່ລົດຄາເຊັ່ນ: ຈຸດທີ 1 : ໂຄ້ງບ້ານ ນໍ້າແກ່ນ ຫຼັກກິໂລແມັດ 235, ຈຸດທີ 2 : ໂຄ້ງບ້ານ ຜາເຈົ້າ ຫຼັກກິໂລແມັດ 225, ຈຸດທີ 3 : ໂຄ້ງບ້ານ ແກ່ວກ້ວາງ ຫຼັກກິໂລແມັດ 238, ຈຸດທີ 4 : ໂຄ້ງບ້ານ ຫີນໂງ່ນ ຫຼັກກິໂລແມັດ 247.

ແຕ່ລະຈຸດທີ່ເຮັດໃຫ້ລົດຄາຍ້ອນວ່າສະພາບເສັ້ນທາງເປັນທາງໂຄ້ງ, ທາງແຄບ ແລະ ຂື້ນພູຊັນ, ຂຸມເລິກ ບວກກັບສະພາບອາກາດຝົນຕົກ ເຮັດໃຫ້ທາງມື່ນ ຈຶ່ງເຮັດໃຫ້ການສັນຈອນໄປມາຂອງຍານພາຫະນະພົບກັບຄວາມຫຍຸ້ງຍາກ ກ່ຽວກັບເຫດການລົດຕິດຢູ່ຫຼັກກິໂລແມັດ 238 ຂອບເຂດບ້ານ ແກ່ວກ້ວາງ ຂອງວັນທີ09/10/2023 ຕາມບຸກຄົນທີ່ໄດ້ຖ່າຍວີດີໂອແລ້ວໂພດລົງໂຊຊ່ຽວວ່າລົດຕິດຢູ່ເຂດດັ່ງກ່າວເປັນເວລາ 05 ມື້ ບໍ່ສາມາດສັນຈອນໄປມາໄດ້ ແມ່ນບໍ່ມີຄວາມຈິງ

ຕາມທີ່ສື່ສັງຄົມອອນລາຍໄດ້ໂພດລົງໂຄສະນານັ້ນ ສ່ວນທີ່ວ່າລົດຕິດນັ້ນແມ່ນຕິດແທ້ ຜ່ານມາແມ່ນຕິດ 1-2 ຊົ່ວໂມງ ກໍ່ສາມາດສັນຈອນໄປມາໄດ້, ສ່ວນຕອນເຊົ້າຂອງວັນທີ 09 ແຕ່ເວລາ 06:00 – 11:00 ໂມງແມ່ນລົດໄດ້ຕິດເປັນຈໍານວນຫຼວງຫຼາຍເພາະມີລົດຄາ, ບວກໃສ່ສະພາບເສັ້ນທາງ, ທາງມື່ນຝົນໄດ້ຕົກຕອນເຊົ້າລົດບໍ່ສາມາດຂື້ນພູໄດ້ ຈາກນັ້ນຫ້ອງການ ຍທຂ ເມືອງກາສີ ຈຶ່ງໄດ້ນໍາເອົາກົນຈັກລົງໄປແກ້ໄຂ ແລ້ວກໍ່ສາມາດສັນຈອນໄປມາໄດ້ເປັນປົກກະຕິ. ສ່ວນລົດທີ່ຕິດແມ່ນຕົກມາຮອດຕອນແລງເວລາປະມານ 17:00-18:00 ໂມງ ກໍ່ສາມາດສັນຈອນໄປມາໄດ້ເປັນປົກກະຕິ.

ຂ່າວ: ປ້ອງກັນຄວາມສະຫງົບແຂວງວຽງຈັນ.

Continue Reading

Previous: ລາຍງານສະພາບເສັ້ນທາງ ເລກທີ 13 ເໜືອ ເຂດບ້ານແກ່ວກວ້າງ, ເມືອງກາສີ, ແຂວງວຽງຈັນ
Next: ແຈ້ງການຈັດສັນເສັ້ນທາງແຄມຂອງ ບ້ານສີບຸນເຮືອງ ຫາ ສາມແຍກປາກປ່າສັກ ເມືອງສີໂຄດຕະບອງ ເປັນທິດທາງດຽວ (One way)

Related Stories

ແຈ້ງເຕືອນສະພາບເສັ້ນທາງພູເກົ້າຫຼັກ
  • ຂ່າວສະພາບເສັ້ນທາງ

ແຈ້ງເຕືອນສະພາບເສັ້ນທາງພູເກົ້າຫຼັກ

28/08/2024
ແຈ້ງສະພາບດິນເຈື່ອນທັບຖົມເສັ້ນທາງ
  • ຂ່າວສະພາບເສັ້ນທາງ

ແຈ້ງສະພາບດິນເຈື່ອນທັບຖົມເສັ້ນທາງ

03/08/2024
ແຈ້ງການຈັດສັນເສັ້ນທາງແຄມຂອງ ບ້ານສີບຸນເຮືອງ ຫາ ສາມແຍກປາກປ່າສັກ ເມືອງສີໂຄດຕະບອງ ເປັນທິດທາງດຽວ (One way)
  • ຂ່າວສະພາບເສັ້ນທາງ

ແຈ້ງການຈັດສັນເສັ້ນທາງແຄມຂອງ ບ້ານສີບຸນເຮືອງ ຫາ ສາມແຍກປາກປ່າສັກ ເມືອງສີໂຄດຕະບອງ ເປັນທິດທາງດຽວ (One way)

13/02/2024

ຫາກໍ່ລົງໃໝ່

  • ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025
  • ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024
  • ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ
  • ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32
  • ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45

ອ່ານຍ້ອນຫຼັງ

  • April 2025
  • March 2025
  • October 2024
  • September 2024
  • August 2024
  • July 2024
  • June 2024
  • May 2024
  • April 2024
  • March 2024
  • February 2024
  • January 2024
  • December 2023
  • November 2023
  • October 2023

ໝວດໝູຂ່າວ

  • ຂ່າວກົມກອງ
  • ຂ່າວສະພາບເສັ້ນທາງ
  • ຂ່າວທ້ອງຖິ່ນ
  • ຂ່າວອຸບປະຕິເຫດ
  • ຂ່າວເດັ່ນ
  • ຄວາມຮູ້ພື້ນຖານໃນການສັນຈອນ
  • ສາລະຄວນຮູ້
  • ນິຕິກຳ
  • ປະກົດການຫຍໍ້ທໍ້
  • ແຈ້ງການ

ຂ່າວເດັ່ນ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025 1

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025

12/04/2025
ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024 2

ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024

14/03/2025
ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ 3

ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ

19/10/2024
ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 4

ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32

29/09/2024
ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 5

ຝຶກຊ້ອມກຳລັງວິຊາສະເພາະ ກຽມພ້ອມປ້ອງກັນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45

28/09/2024
ກົມຕຳຫຼວດຈະລາຈອນເປີດພິທີຝຶກຊ້ອມການຂັບຂີ່ພາຫນະນະເປີດທາງວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ 6

ກົມຕຳຫຼວດຈະລາຈອນເປີດພິທີຝຶກຊ້ອມການຂັບຂີ່ພາຫນະນະເປີດທາງວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ

15/09/2024
ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ 03 ເມືອງ ໃນນະຄອນຫຼວງວຽງຈັນ 7

ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ 03 ເມືອງ ໃນນະຄອນຫຼວງວຽງຈັນ

01/09/2024

ຂ່າວທີ່ຍັງບໍ່ໄດ້ອ່ານ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025
  • ຂ່າວເດັ່ນ

ລົງຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ ທີ່ເຮັດວຽກງານປ້ອງກັນ-ສະກັດກັ້ນອຸບປະຕິເຫດ ໃນໄລຍະສະເຫຼີມ-ສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບ ປີໃໝ່ລາວ 2025

12/04/2025
ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024
  • ຂ່າວເດັ່ນ

ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ຈັດກອງປະຊຸມປະຈໍາປີ 2024

14/03/2025
ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ
  • ຂ່າວເດັ່ນ

ບໍລິສັດ Small – b Group ມອບນ້ຳດື່ມ ແລະ ເຄື່ອງດື່ມຊູກຳລັງ ໃຫ້ກົມຕຳຫຼວດຈະລາຈອນ

19/10/2024
ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32
  • ຂ່າວເດັ່ນ

ສຳເລັດໄປດ້ວຍດີການປ້ອງກັນເປີດທາງໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32

29/09/2024

ທີ່ຕັ້ງສຳນັກງານ ຫຼັກ3, ຖະໜົນທ່າເດື່ອ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ:

Facebook

Facebook

ສາຍດ່ວນສຸກເສີນ
- ແຈ້ງໄຟໄໝ້ 1190
- ຕຳຫຼວດ 1191
- ລົດໂຮງໝໍ 1195
- ໄຟຟ້າ 1199
- ນ້ຳປະປາ 1169

© ສະຫງວນລິຂະສິດ | ກົມຕຳຫຼວດຈະລາຈອນ.