ອີງຕາມການລາຍງານຂອງພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ກ່ຽວກັບສະພາບເສັ້ນທາງເຂດພູເກົ້າຫຼັກ ໃນວັນທີ 27 ສິງຫາ 2024 ປະຈຸບັນລົດບັນທຸກໜັກແມ່ນບໍ່ສາມາດສັນຈອນຜ່ານໄດ້ ເນື່ອງຈາກມີດິນເຈື່ອນທັບຖົມໜ້າທາງ, ມີຂີ້ຕົມເຮັດໃຫ້ທາງໝື່ນ ສ່ວນລົດເບົາສາມາດສັນຈອນຜ່ານໄດ້ປົກກະຕິ.

ປະຈຸບັນພາກສ່ວນກ່ຽວຂ້ອງກຳລັງລົງແກ້ໄຂໃຫ້ກັບສາມາດມານຳໃຊ້ໄດ້ປົກກະຕິ.

ດັ່ງນັ້ນ, ລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງດັ່ງກ່າວ ຖ້າບໍ່ຈຳເປັນໃຫ້ ຫຼີກລ່ຽງ ຫຼື ນຳໃຊ້ເສັ້ນທາງອື່ນຊົ່ວຄາວ ຈົນກວ່າພາກສ່ວນຮັບຜິດຊອບຈະແກ້ໄຂສຳເລັດ.

ຂ່າວ: ເພັງຕຸລາ.
