ໃນ ເວລາ 2 ໂມງ 15 ນາທີ, ຂອງວັນທີ 16 ກຸມພາ 2024, ໄດ້ມີອຸບປະຕິເຫດ ລົດບັນທຸກ ໝາຍເລກທະບຽນ ບຄ 2719 ກຳແພງນະຄອນ, ຂັບຂີ່ໂດຍທ້າວ ກິນີ່ ໄຊທະພົນ, ອາຍຸ 28 ປີ, ສັນຊາດລາວ, ອາຊີບຂັບລົດ, ຢູ່ບ້ານນາສ້າງໄຜ່, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັັັນ.

ຜູ້ກ່ຽວໄດ້ຂັບຂີ່ມາແຕ່ເສັ້ນທາງດ່ວນວັງວຽງ ມີຈຸດປະສົງມຸ້ງໜ້າໄປ ນະຄອນຫຼວງວຽງຈັນພໍ ຂັບຂີ່ລົດມາຮອດ ຈຸດເກີດເຫດພາຍໃນເສັ້ນທາງດ່ວນ ເຂດບ້ານໂພນໂຮງ, ເມືອງໂພນໂຮງ, ແຂວງວຽງຈັນ ໄດ້ເກີດເຫດອຸບປະຕິເຫດ ລົດເສຍຫຼັກໄປຕຳເອົາຮາວເຫຼັກກັ້ນຂອບທາງດ່ວນ.

ພາຍຫຼັງເກີດເຫດແລ້ວໄດ້ບໍ່ດົນ ໄດ້ມີລົດຕູ້ ໝາຍເລກທະບຽນ ກບ 5277 ກຳແພງນະຄອນ, ຂັບຂີ່ໂດຍທ້າວ ສີພັນ ແກ້ວຈັນດີ, ອາຍຸ 37 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ຢູ່ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຂັບຂີ່ມາແຕ່ທິດທາງດຽວກັນ ໄດ້ຕຳເອົາລົດບັນທຸກທີ່ເກີດອຸບປະຕິເຫດຂວາງທາງຢູ່ນັ້້ນ.

ໂຊກດີທີ່ອຸບປະຕິເຫດ ໃນຄັ້ງນີ້ ມີພຽງຜົນເສຍຫາຍດ້ານ ພາຫະນະ ເທົ່ານັ້ນ, ໂດຍມີພາຫະນະເປ່ເພສົມຄວນ 02 ຄັນ ແລະ ບໍ່ມີຄົນໄດ້ຮັບບາດເຈັບ.

ສ່ວນຂັ້ນຕອນການດຳເນີນ ແມ່ນເຈົ້າໜ້າທີ່ພະແນກຄວມຄຸມກວດກາທາງດ່ວນ ກົມຕຳຫຼວດຈະລາຈອນ ກຳລັງສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນເພີ່ມເຕີມ.
ຂ່າວ: ເພັງຕຸລາ.
