
ຜ່ານການລາຍງານຂອງເຈົ້າໜ້າທີ່ພະແນກຄຸ້ມຄອງກວດກາທາງດ່ວນ ເວລາ 19 ໂມງ 30 ນາທີ, ຂອງວັນທີ 14 ຕຸລາ 2023 ໄດ້ມີອຸບປະຕິເຫດ ລົດຕຳທ້າຍກັນ 03 ຄັນຊ້ອນ ຢູ່ເຂດສະຖານີເກັບເງີນທາງດ່ວນຈຸດສີເກີດ.

ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນ ຈຶ່ງຮູ້ໄດ້ວ່າ ລົດກະບະຟອດ ໝາຍເລກທະບຽນ ກຮ 5779, ຂັບຂີ່ໂດຍ ທ້າວ ເຊິງ ລິບາວ, ອາຍຸ 43 ປີ, ສັນຊາດຈີນ, ອາຊີບຄ້າຂາຍ, ຢູ່ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ລົດກະບະໂຕໂຍຕ້າ, ໝາຍເລກທະບຽນ ຮຈ 6655 ຂັບຂີ່ໂດຍ ນາງ ບຸນມີ ວົງສັກດາ, ອາຍຸ 31 ປີ, ສັນຊາດລາວ, ອາຊີບພະນັກງານ, ຢູ່ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ລົດທັງສອງ ພໍຂັບຂີ່ມາຮອດ ໃກ້ຈຸດສະຖານີເກັບເງິນແມ່ນມີການ ຜ່ອນຄວາມໄວລົງເຂົ້າໄປຊ່ອງເກັບເງີນ ແຕ່ກັບມີລົດຈິບ ໝາຍເລກທະບຽນ ກກ 2529 ຂັບຂີ່ໂດຍ ທ້າວ ຈັນດີ ພັນທະວົງໄຊ, ອາຍຸ 38 ປີ, ສັນຊາດລາວ, ອາຊີບພະນັກງານ, ຢູ່ບ້ານນາແຄ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ທີ່ໄດ້ຂັບຕາມຫຼັງມາດ້ວຍຄວາມໄວຕຳເອົາທ້າຍລົດກະບະໂຕໂຍຕ້າ ແລະ ລົດກະບະຟອດ ທີ່ຢູ່ດ້ານໜ້າ ເຮັດໃຫ້ມີພາຫະນະເປ່ເພສົມຄວນ 02 ຄັນ ແລະ ເລັກນ້ອຍ 01 ຄັນ.

ໂຊກດີທີ່ອຸບປະຕິເຫດໃນຄັ້ງນີ້ ມີພຽງແຕ່ຜົນເສຍຫາຍດ້ານພາຫະນະເທົ່ານັ້ນ, ບໍ່ມີຜູ້ໄດ້ຮັບບາດເຈັບ.

ຕົກມາຮອດ ວັນທີ 16 ຕຸລາ 2023 ຢູ່ເສັ້ນທາງດ່ວນເກີດເຫດ ລົດບັນທຸກ ໝາຍເລກທະບຽນ ຂບ 4433 ເສຍຫຼັກຕົກຂ້າງທາງ.

ຜ່ານການເກັບຂໍ້ມູນເບື້ອງຕົ້ນ ຈຶ່ງຮູ້ວ່າ ລົດບັນທຸກ ໝາຍເລກທະບຽນ ຂບ 4433 ຂັບຂີ່ໂດຍ ທ້າວ ຄອນສະຫວັນ ດວງພະຈັນ, ອາຍຸ 34 ປີ, ສັນຊາດລາວ, ອາຊີບ ຂັບລົດ, ຢູ່ບ້ານປາກຊັນ, ເມືອງປາກຊັນ, ແຂວງບໍລິຄຳໄຊ, ໄດ້ຂັບຂີ່ລົດມາແຕ່ນະຄອນຫຼວງວຽງຈັນ ມີຈຸດປະສົງມຸ່ງໜ້າໄປ ເມືອງວັງວຽງ, ພໍຂັບຂີ່ມາຮອດເຂດອ່າງນ້ຳງື່ມ ຫາ ວັງວຽງ ໄດ້ເກີດອາການຫຼັບໃນ ເຮັດໃຫ້ລົດ ເສຍຫຼັກເຈີດອອກນອກເສັ້ນທາງຕົກລົງຂ້າງທາງ ເຮັດໃຫ້ມີພາຫະນະເປ່ເພສົມຄວນ 01 ຄັນ ສ່ວນຄົນແມ່ນບໍ່ໄດ້ຮັບບາດເຈັບ.
ຂ່າວ: ເພັງຕຸລາ.
