ຕາມການລາຍງານຂອງພະແນກຄຸ້ມຄອງກວດກາທາງດ່ວນໃຫ້ຮູ້ວ່າ ເວລາ 00 ໂມງ 30 ນາທີ, ຂອງວັນທີ 16 ມິຖຸນາ 2024, ໄດ້ມີອຸບປະຕິເຫດ ລົດກະບະ, ຍີ່ຫໍ້ Toyota, ລຸ້ນ Revo, ໝາຍເລກທະບຽນ ກລ 6828 ກຳແພງນະຄອນ ຕົກຮ່ອງລະບາຍນ້ຳ ແລ້ວເສຍຫຼັກໄປຕຳເອົາຮາວເຫຼັກກັ້ນຄູກາງທາງ, ເກີດຂື້ນຢູ່ເສັ້ນທາງດ່ວນຂອບເຂດບ້ານໂພນຄຳ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.

ຜ່ານສືບສວນ-ສອບສວນເບື້ອງຕົ້ນຈຶ່ງໄດ້ຮູ້ວ່າ ລົດກະບະ, ຍີ່ຫໍ້ Toyota, ລຸ້ນ Revo, ໝາຍເລກທະບຽນ ກລ 6828 ກຳແພງນະຄອນ, ຂັບຂີ່ໂດຍ ທ້າວ ລົງ ເຈີນ ລິິນ, ອາຍຸ 46 ປີ, ສັນຊາດ ຈີນ, ອາຊີບ ນັກທຸລະກິດ, ຢູ່ບ້ານ ຫຼັກ52, ເມືອງ ໂພນໂຮງ, ແຂວງວຽງຈັນ, ໂດຍກ່ອນເກີດເຫດຜູ້ກ່ຽວໄດ້ຂັບຂີ່ລົດອອກມາແຕ່ ທາງໂພນໂຮງຜ່ານເສັ້ນທາງດ່ວນ ຈຸດປະສົງຈະມຸ້ງໜ້າໄປນະຄອນຫຼວງວຽງຈັນ ແຕ່ເດີນທາງມາຮອດເຂດບ້ານໂພນຄຳ, ເມືອງນາຊາຍທອງ, ໄດ້ເກີດອຸບປະຕິເຫດ ລົດຕົກຮ່ອງລະບາຍນ້ຳແຄມທາງຈາກນັ້ນເຮັດໃຫ້ລົດເສຍຫຼັກ ເຈີດໄປຕຳເອົາຮາວເຫຼັກກັ້ນຄູກາງທາງ ຂອງທາງດ່ວນ ເຮັດໃຫ້ພາຫະນະເປ່ເພສົມຄວນ 01 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 01 ຄົນ

ສ່ວນສາເຫດທີ່ເກີດອຸບປະຕິເຫດທີ່ແທ້ຈີງ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງທາງເຈົ້າໜ້າທີ່ພະແນກຄຸ້ມຄອງກວດກາທາງດ່ວນ.

ດ້ວຍຄວາມເປັນຫ່ວງເປັນໃຍຈາກ ກົມຕຳຫຼວດຈະລາຈອນ ຂໍຮຽກຮ້ອງມາຍັງພໍ່ແມ່, ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີສະຕິລະມັດລະວັງ ເຄົາລົບກົດຈະລາຈອນ ໂດຍສະເພາະຜູ້ທີ່ນຳໃຊ້ເສັ້ນທາງດ່ວນຕະຫຼອດກາງເດີນທາງໃຫ້ປະຕິບັດຕາມປ້າຍເຕືອນ ແລະ ຫ້າມໃຊ້ຄວາມໄວເກີນປ້າຍກຳນົດ ຂອງທາງດ່ວນ ຖ້າຫາກບໍ່ປະຕິບັດຕາມປ້າຍ ອາດມີຄວາມສ່ຽງພາໃຫ້ເກີດອຸບປະຕິເຫດ ແລະ ຜົນເສຍຫາຍຕາມມາ.
ຂ່າວ: ເພັງຕຸລາ.
