ໃນວັນທີ 22 ພຶດສະພາ 2024 ທີ່ຜ່ານມາ ພະແນກຄຸ້ມຄອງການຕິດປ້າຍ ໄດ້ຈັດ ພິທີຕ້ອນ-ຮັບ ຄະນະຄູອາຈານ ແລະ ນັກສຶກສາ ວິທະຍາຄານຕໍາຫຼວດປະຊາຊົນ ລຸ້ນທີ 25 ທີ່ໄດ້ລົງມາທັດສະນະສຶກສາຕົວຈີງ ເບີ່ງການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ຂັ້ນຕອນການຜະລິດປ້າຍທະບຽນ ແລະ ຂັ້ນຕອນການຕິດປ້າຍລົດ.

ເຊິ່ງເປັນກຽດຕ້ອນຮັບ ໂດຍ ພັທ ບຸນມີ ຫຼວງບັນດິດ ຫົວໜ້າພະແນກຄຸ້ມຄອງການຕິດປ້າຍ ກົມຕໍາຫຼວດຈະລາຈອນ, ພ້ອມທັງ ພັທ ບຸນໂຮມ ວັນດີ ຮອງຫົວໜ້າກອງຜະລິດປ້າຍ ກົມຜະລິດທຸລະກິດ ພ້ອມດ້ວຍຄະນະ

ດ້ານຄະນະນັກສຶກສາ ນຳພາໂດຍ ພັທ ປອ ໄຊເພັດ ບຸດດີ ຮອງຄະນະວິຊາຈະລາຈອນ-ມອດໄຟ, ພ້ອມດ້ວຍຄູອາຈານ ແລະ ນັກສືກສາ ເຂົ້າຮ່ວມລວມທັງໝົດ 36 ສະຫາຍ, ຍີງ 6 ສະຫາຍ.
