ໃນວັນທີ 11-12 ກັນຍາ 2024 ທີ່ຜ່ານມາ, ກົມຕໍາຫຼວດຈະລາຈອນ ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ ກອງບັນຊາການ ປກສ ເມືອງສັງທອງ ແລະ ກອງບັນຊາການ ປກສ ເມືອງນາຊາຍທອງ ໃນນະຄອນຫຼວງວຽງຈັນ, ເພື່ອເປັນການກະກຽມຄວາມພ້ອມໃນການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຢູ່ ນະຄອນຫຼວງວຽງຈັນ.

ໃນການລົງເຄື່ອນໄຫວຄັ້ງນີ້່ ແມ່ນນໍາພາໂດຍ ພັທ ປອ ກິ່ງຄໍາ ພົມມະຫາໄຊ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ພ້ອມດ້ວຍຄະນະ, ສົມທົບກັບພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ, ກອງບັນຊາການ ປກສ ເມືອງສັງທອງ, ກອງບັນຊາການ ປກສ ເມືອງນາຊາຍທອງ, ມີຫົວໜ້າ-ຮອງພະແນກ ແລະ ບັນຊາວິຊາການກໍ່ມີໜ້າເຂົ້າຮ່ວມ.

ໃນວາລາ ໄດ້ມີການຂື້ນຜ່ານແຜນເຄື່ອນໄຫວ, ໂດຍການລົງເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຄັ້ງນີ້ ເພື່ອກະກຽມປ້ອງກັນ ກອງປະຊຸມອາຊຽນ ຄັ້ງທີ 44-45 ທີ່ຈະຈັດຂື້ນໃນ ທ້າຍປີ 2024 ນີ້.

ພ້ອມກັນນັ້ນກໍ່ໄດ້ຮັບຟັງການລາຍງາຍຫຍໍ້ການເຄື່ອນໄຫວໃນໄລຍະຜ່ານມາຂອງແຕ່ລະເມືອງ, ຫຼັງຈາກນັ້ນ ພັທ ປອ ກິ່ງຄໍາ ພົມມະຫາໄຊ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ຢ້ອງຢໍຊົມເຊີຍຕໍ່ກຳລັງຕຳຫຼວດຈະລາຈອນ ຂອງແຕ່ລະເມືອງ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັດໜ້າທີ່ວຽກງານສາມາດຍາດໄດ້ຜົນງານຫຼາຍດ້ານ ແລະ ເພື່ອຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປ້ອງກັນຄວາມສະຫງົບ ທົ່ວເມືອງຂອງຕົນ

ທ່ານຍັງ ໄດ້ເນັ້ນໜັກ ໃຫ້ພະນັກງານຂັ້ນ ຊີ້ນຳ-ບັນຊາ ເອົາໃຈໃສ່ເຮັດໜ້າທີ່ສຶກສາອົບຮົມແນວຄິດການເມືອງໃຫ້ ພະນັກງານ-ນັກຮົບ ຕຳຫຼວດຈະລາຈອນ ຂອງຕົນໃຫ້ກຳໄດ້ລະບຽບວິໄນຂອງກຳລັງ, ວຽກງານວິຊາສະເພາະ ແລະ ຈັນຍາບັນ, ຈັນຍາທຳ ສົມເປັນເຈົ້າໜ້າທີ່ທີ່ຮັບໃຊ້ປະຊາຊົນ.

ນອກຈາກນີ້ຍັງຕ້ອງໄດ້ເປັນເຈົ້າການລົງໂຄສະນາເຜີຍແຜ່ ກົດລະບຽບຈະລາຈອນທາງບົກ ແລະ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ໃຫ້ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ, ຜູ້ໃຊ້ລົດໃຊ້ຖະໜົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເຈົ້າການເຄົາລົບກົດລະບຽບຈະລາຈອນ ກໍລະນີພົບເຫັນລົດເປີດທາງຂະບວນແຂກ ພາຍໃນ ແລະ ພາຍປະເທດ ຕ້ອງໃຫ້ຄວາມຮ່ວມມື ຫຼຸດຜ່ອນຄວາມໄວ ຢຸດຈອດເຂົ້າແຄມທາງຢ່າງເປັນລະບຽບ.
