ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະພັກຮາກຖານ ກົມຕໍາຫຼວດຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2024, ເຊິ່ງເປັນປະທານໂດຍ ສະຫາຍ ພັອ ຄຳສອນ ສີດາວົງ ເລຂາຄະນະພັກຮາກຖານ ຫົວໜ້າກົມຕໍາຫຼວດຈະລາຈອນ, ໂດຍມີ ສະຫາຍ ພົຈວ ປອ ວັນທອນ ສຸລິສັກ ຄະນະພັກກະຊວງ, ປະທານກວດກາພັກກົມໃຫຍ່ຕຳຫຼວດ, ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີຄະນະພັກຮາກຖານ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັອ ຄຳສອນ ສີດາວົງ ໄດ້ຜ່ານບົດລາຍງານການເມືອງການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານ ໃນໄລຍະ 5 ປີຜ່ານມາ ວ່າ:

ໂດຍປະຕິບັດຕາມຫຼັກການນຳພາ ລວມສູນປະຊາທິປະໄຕ, ເຮັດວຽກງານມີການປຶກສາຫາລືເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບ, ຫັນເອົາມະຕິຂອງຄະນະພັກຮາກຖານ, ມາເປັນແຜນການລະອຽດຂອງໜ່ວຍພັກ ຂອງພະແນກ ເພື່ອຈັດຕັ້ງປະຕິບັດໃນແຕ່ລະໄລຍະ, ເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກມີຄວາມຮັບຜິດຊອບດ້ານດີ ແລະ ດ້ານອ່ອນ ຕໍ່ເລຂາ ແລະ ຄະນະພັກຮາກຖານ ຕາມມະຕິທີ່ໄດ້ວາງອອກ, ພາຍຫຼັງສຳເລັດ ໄດ້ມີການສະຫຼຸບຖອດຖອນບົນຮຽນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ປະເມີນຜົນໄດ້ຮັບ ແລະ ວາງແຜນສືບຕໍ່ໃນການນຳພາ ແຕ່ລະໄລຍະ ເຊີ່ງສະແດງອອກຄື: ໂຄສະນາເຜີຍແຜ່ ກົດໝາຍ, ດໍາລັດ, ລະບຽບການຕ່າງໆ ທົ່ວປວງຊົນຢ່າງກວ້າງຂວາງ ດ້ວຍຫຼາຍຮຸບແບບ, ຫຼາຍວິທີຢ່າງຕໍ່ເນື່ອງໄດ້ 1.601 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 450.465 ຄົນ, ຍິງ 210.864 ຄົນ, ຈັດລະບຽບ ແລະ ປ້ອງກັນເປີດທາງໃຫ້ການນໍາ ພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ ແລະ ພາກພື້ນສາກົນ, ງານບຸນປະເພນີຂອງຊາດ, ງານມະຫາກໍາກິລາແຫ່ງຊາດໄດ້ 686 ຄັ້ງ, ມີ 14.558 ຄົນ, ຍິງ 557 ຄົນ, ກວດກາການປະຕິບັດກົດໝາຍ ຂອງຜູ້ໃຊ້ລົດ-ໃຊ້ຖະໜົນ ຕາມເສັ້ນທາງຫຼວງໄດ້ 1.063 ຄັ້ງ, ມີ 105.344 ຄົນ, ກວດກາຈັບຄວາມໄວໄດ້ 33.768 ຄັນ, ພົບເຫັນຜູ້ລະເມີດ 269.228 ຄົນ, ໄດ້ສຶກສາອົບຮົມກ່າວເຕືອນ 116.025 ຄົນ, ກັກລົດ 1.861 ຄັນ, ກັກເອກະສານ 29.093 ສະບັບ ແລະ ກັກເຄື່ອງຂອງຜິດກົດໝາຍ ຈໍານວນໜຶ່ງ ມອບໃຫ້ພາກສ່ວນກ່ຽວຂ້ອງ ດໍາເນີນຄະດີຕາມລະບຽບກົດໝາຍ, ເປີດທາງໃຫ້ຂະບວນລົດຂົນສົ່ງສີນຄ້າພິເສດ ແລະ ສານເຄມີ ໄດ້ 185 ຄັ້ງ, ມີ 775 ຄົນ,

ຄົ້ນຄວ້າ ແລະ ແກ້ໄຂຄໍາຮ້ອງຟ້ອງຂໍຄວາມເປັນທໍາ ຄະດີອຸບັດຕິເຫດ 66 ເລື່ອງ, ແກ້ໄຂໄດ້ 62 ເລື່ອງ, ຍັງດໍາເນີນຢູ່ 04 ເລື່ອງ ແລະ ລົງເຄື່ອນໄຫວຊຸກຍູ້ທ້ອງຖິ່ນແກ້ໄຂຄະດີອຸບັດຕິເຫດ 29 ຄັ້ງ, ມີ 87 ຄົນ, ທົ່ວປະເທດມີອຸບັດຕິເຫດເກີດຂື້ນ 28.771 ລາຍ, ຄະດີທີ່ຄ້າງມາ 464 ລາຍ, ສາມາດແກ້ໄຂໄດ້ 29.068 ລາຍ, ເທົ່າກັບ 99,42 %, ມູນຄ່າເສຍຫາຍ 544,029,139,000 ກີບ

ຂື້ນແຜນຜະລິດປ້າຍລົດ 175.185 ຄັນ, ມີປ້າຍລົດປກສ 179 ຄັນ, ລົດເຄື່ອນໄຫວ 150 ຄັນ, ຮັບແຈ້ງຄວາມປ້າຍລົດຕົກເຮ່ຍ ແລະ ຄົນຮ້າຍລັກທັງໝົດ 5.134 ຄັນ, ຕິດປ້າຍລົດໄດ້ 421.729 ຄັນ, ມີປ້າຍລົດ ປກສ 179 ຄັນ, ປ້າຍລົດເຄື່ອນໄຫວ 150 ຄັນ.
ພ້ອມດຽວກັນນີ້, ຍັງໄດ້ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານ ຕາມ 5 ຫຼັກການ 3 ທິດນໍາ ຂອງພັກ ສາມາດສ້າງມະຫາຊົນກ້າວໜ້າຮຽນສະໜັບສະໜູນໄດ້ 31 ສະຫາຍ, ຮຽນລະບຽບພັກໄດ້ 35 ສະຫາຍ, ເຂົ້າພັກສຳຮອງ 36 ສະຫາຍ ແລະ ເຂົ້າພັກສົມບູນ 22 ສະຫາຍ.

ທິດທາງແຜນການຕໍ່ໜ້າ ຈະສືບຕໍ່ນໍາພາປັບປຸງກໍ່ສ້າງພັກທາງດ້ານການເມືອງ, ທາງການຈັດຕັ້ງ, ທາງດ້ານແບບແຜນວິທີນໍາພາ ແລະ ວິທີເຮັດວຽກ, ທາງດ້ານການປະຕິບັດໜ້າທີ່ການເມືອງ ເພື່ອສູ້ຊົນໃຫ້ຄະນະພັກຮາກຖານ ກົມຕໍາຫຼວດຈະລາຈອນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂຶ້ນເປັນກ້າວໆ.

ໃນທ້າຍກອງປະຊຸມ, ຍັງໄດ້ປ່ອນບັດເລືອກເອົາ ຄະນະພັກພັກຮາກຖານ ຊຸດໃໝ່, ໃນນີ້, ມີຜູ້ລົງສະໝັກ ຈໍານວນ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດເລືອກໄດ້ ສະຫາຍ ພັອ ຄຳສອນ ສີດາວົງ ເປັນເລຂາ, ສະຫາຍ ພັອ ຄຳເຫຼັກ ໄຊຍະສິດ ເປັນຮອງເລຂາ, ສະຫາຍ ພັອ ແກ້ວມາລາ ແສງທອງ ເປັນປະທານກວດກາພັກ ແລະ ອີກ 2 ສະຫາຍ ເປັນຄະນະ.
ພາບ-ຂ່າວ: ເພັງຕຸລາ.
