ໃນວັນທີ 23 ພຶດສະພາ 2024 ທີ່ຜ່ານມານີ້ ກົມຕຳຫຼວດຈະລາຈອນ ໄດ້ຈັດພິທີມອບຮັບໜ້າທີ່ ຫົວໜ້າກົມຕຳຫຼວດຈະລາຈອນ ເປັນປະທານໂດຍ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ-ຄະນະກົມ ແລະ ຫົວໜ້າພະແນກ-ຮອງພະແນກອ້ອມຂ້າງ ເຂົ້າຮ່ວມ.

ໃນພິທິມອບ-ຮັບ ພັທ ບຸນທັນ ຜາງທະວົງ ຫົວໜ້າພະແນກບໍລິຫານ-ສັງລວມ ແລະ ຈັດຕັ້ງ ຕາງໜ້າໃຫ້ ຫົວໜ້າກົມຕຳຫຼວດຈະລາຈອນ ຜູ້ເກົ່າ ຜ່ານບົດລາຍງານ ໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານ ໃນໄລຍະເວລາ 05 ປີ ທີ່ຜ່ານມາ: ໄດ້ຖືເອົາວຽກງານສຶກສາອົບຮົມນຳພາແນວຄິດໃຫ້ພະນັກງານ-ນັກລົບ ກຳລັງຕຳຫຼວດຈະລາຈອນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ຈັນຍາບັນ-ຈັນຍາທຳ ຂອງກຳລັງປ້ອງກັນຄວາມສະຫງົບ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຮອບດ້ານ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພໃນການສັນຈອນ.

ວຽກງານທີ່ພົ້ນເດັ່ນແມ່ນໄດ້ມີການປັບປຸງກົງຈັກການຈັດຕັ້ງ ພາຍໃນກົມຕຳຫຼວດຈະລາຈອນ ໄດ້ສະເໜີຂັ້ນເທິງຍຸບ 01 ພະແນກ ແລະ ສ້າງຕັ້ງໃໝ່ອີກ 01 ພະແນກ, ໃນນັ້ນສະເພາະຢູ່ທ້ອງຖິ່ນ ໃນທົ່ວປະເທດໄດ້ສະເໜີຂັ້ນເທິງ ປັບປຸງພະແນກຕຳຫຼວດຈະລາຈອນ ແລະ ມອດໄຟ ມາເປັນພະແນກຕຳຫຼວດຈະລາຈອນແຂວງ-ນະຄອນຫຼວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ນອກຈາກນີ້ຍັງໄດ້ຮ່ວມປັບປຸງບັນດາຮ່າງນິຕິກຳຕ່າງໆ ເຊັ່ນ: ປັບປຸງຮ່າງດຳລັດວ່າດ້ວຍກົດຈະລາຈອນທາງບົກ ເລກທີ 615/ລບ, ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ເລກທີ 568/ລບ, ຄົ້ນຄວ້າແຜນຍຸດທະສາດແຫ່ງຊາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021 – 2030 ແລະ ແຜນດໍາເນີນງານໄລຍະປີ 2021-2025, ຮ່າງຄໍຳສັ່ງເລກທີ 27/ປກສ ກ່ຽວກັບການຕັ້ງຈຸດກວດກາຕາມເສັ້ນທາງຫຼວງ, ຮ່າງປັບປຸງຮ່າງຂໍ້ຕົກລົງວ່າດ້ວຍການດຳເນີນແກ້ໄຂຄະດີອຸບປະຕິເຫດ, ຄົ້ນຄວ້າກາໝາຍເຫຼົ່າກຳລັງຕຳຫຼວດຈະລາຈອນ, ເປີດນຳໃຊ້ເວບໄຊ ແລະ ເພຈເຟສບຸກທາງການຂອງກົມຕຳຫຼວດຈະລາຈອນ ແລະ ບັນດາເອກະສານອື່ນໆ.
ຈາກນັ້ນ, ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ຜູ້ເກົ່າ ແລະ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ ຜູ້ໃໝ່.

ໃນທ້າຍກອງພິທີ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ເປັນກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຫົວໜ້າກົມຕຳຫຼວດຈະລາຈອນ ຜູ້ໃໝ່ ສືບຕໍ່ເຮັດວຽກງານສຶກສາອົບຮົມແນວຄິດໃຫ້ ພະນັກງານ-ນັກລົບ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ມີຜົນສຳເລັດ, ປັບປຸງແບບແຜນວິທີເຮັດວຽກໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ ເພື່ອພ້ອມກັນພັດທະນາກຳລັງຕຳຫຼວດຈະລາຈອນ ໃຫ້ກ້າວໜ້າ ມີໃບໜ້າໃໝ່ ທັນຕໍ່ຄວາມຮຽກຮ້ອງຕ້ອງການໃນຍຸກປະຈຸບັນ.
ພາບ-ຂ່າວ: ເພັງຕຸລາ.
